ຂ່າວເດັ່ນ

ຜູ້​ອຳ​ນວຍ​ການ​ໃຫຍ່ VOV ​ຕິດ​ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ພັກ​ກອມ​ມູ​ນິດ ໂຕ​ເລິມ ໄປ​ຢ້ຽມ​ຢາມ 4 ປະ​ເທດ

ຜູ້​ອຳ​ນວຍ​ການ​ໃຫຍ່ VOV ​ຕິດ​ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ພັກ​ກອມ​ມູ​ນິດ ໂຕ​ເລິມ ໄປ​ຢ້ຽມ​ຢາມ 4 ປະ​ເທດ

(VOVWORLD) - ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຕຽນຊີ ໄດ້ເຂົ້າຮ່ວມຄະນະປະຕິບັດງານຂັ້ນສູງ ຕິດຕາມທ່ານເລຂາທິການໃຫຍ່ ໂຕເລິມ.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່      Kazakhstan, Azerbaijan ແລະ Belarus, ຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ. ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຕຽນຊີ ໄດ້ເຂົ້າຮ່ວມຄະນະປະຕິບັດງານຂັ້ນສູງ ຕິດຕາມທ່ານເລຂາທິການໃຫຍ່ ໂຕເລິມ. ໄປຄຽງຄູ່ກັບບັນດາການເຄື່ອນໄຫວລວມຂອງຄະນະຜູ້ແທນຂັ້ນສູງ, ຢູ່ສະຫະພັນ ລັດເຊຍ ແລະ ສ. Belarus, ທ່ານຜູ້ອຳນວຍການໃຫຍ່ ໂດຕຽນຊີ ຈະຕາງໜ້າ VOV ເຊັ່ນຂໍ້ຕົກລົງຮ່ວມມືກັບ ສູນກະຈາຍສຽງ ແລະ ໂທລະພາບດົນຕີ ລັດເຊຍ ແລະ ວິທະຍຸກະຈາຍສຽງໂທລະພາບແຫ່ງຊາດ Belarus, ສ້າງພື້ນຖານໃຫ້ແກ່ການຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນ ແລະ ແທ້ຈິງກ່ວາອີກສຳລັບບັນດາຄູ່ຮ່ວມມືໃຫຍ່ຂອງບັນດາປະເທດເພື່ອນມິດທີ່ມີມາແຕ່ດົນນານຂອງ ຫວຽດນາມ ຢູ່ສະຫະພັນ ລັດເຊຍ ແລະ ເອີລົບຕາເວັນອອກ.


This site is protected by reCAPTCHA and the Google Privacy Policy and Terms of Service apply.