ຂ່າວເດັ່ນ

ຜູ້​ອຳ​ນວຍ​ການ​ໃຫຍ່ VOV ໂດ​ຕຽນ​ຊີ ໄດ້​ຮັ​ບ​ການ​ເລືອກ​ຕັ້ງເຂົ້າ​ໃນຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XIV

ຜູ້​ອຳ​ນວຍ​ການ​ໃຫຍ່ VOV ໂດ​ຕຽນ​ຊີ ໄດ້​ຮັ​ບ​ການ​ເລືອກ​ຕັ້ງເຂົ້າ​ໃນຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XIV

(VOVWORLD) - ວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ເລືອກຄະນະບໍລິຫານງານສູນກາງພັກສະໄໝໃໝ່ ລວມມີ 200 ທ່ານ, ໃນນັ້ນ ກຳມະການສົມບູນ 180 ທ່ານ ແລະ ກຳມະການສຳຮອງ 20 ທ່ານ.

ທ່ານ ໂດຕຽນຊີ ຜູ້ອຳນວຍການໃຫຍ່ VOV ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XIV (ພາບ: VOV)

ທ່ານໂດຕຽນຊີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນໜຶ່ງໃນຈຳນວນກຳມະການສົມບູນຄະນະບໍລິຫານງານສູນກາງພັກສະໄໝທີ XIV 180 ທ່ານ.

ທ່ານໂດຕຽນຊີ ເກີດວັນທີ 2 ພະຈິກ 1965, ບ້ານເກີດ ແຂວງຮຶງອຽນ. ທ່ານມີລະດັບການສຶກສາປະລິນຍາໂທ ຂະແໜງບໍລິຫານທຸລະກິດ, ປະລິນຍາຕີຂະແໜງຄູຄະນິດສາດ, ປະລິນຍາຕີທິດສະດີການເມືອງ.

ທ່ານໂດຕຽນຊີ ແມ່ນກຳມະການສູນກາງພັກສະໄໝທີ XII, XIII, XIV; ສະມາຊິກສະພາແຫ່ງຊາດຊຸດທີ XIV, XV.

ທ່ານໂດຕຽນຊີ ແມ່ນກຳມະການສູນກາງພັກສະໄໝທີ XII, XIII, XIV; ສະມາຊິກສະພາແຫ່ງຊາດຊຸດທີ XIV, XV (ພາບ: VOV)

ໃນໄລຍະປະຕິບັດງານຢູ່ແຂວງ ຮຶງອຽນ, ທ່ານໂດຕຽນຊີ ເຄີຍດຳລົງຫຼາຍຕຳແໜ່ງຄື: ເລຂາອົງຄະນະພັກເມືອງ ວັນເລິມ, ຮອງຫົວໜ້າຄະນະຈັດຕັ້ງຄະນະພັກແຂວງ, ຫົວໜ້າຄະນະຂົນຂວາຍປະຊາຊົນແຂວງ ທັງເປັນປະທານສະມາຄົມວັນຄະນະດີສິລະປະແຂວງ, ຮອງເລຂາຄະນະພັກແຂວງ, ຮອງເລຂາຜູ້ປະຈຳການຄະນະພັກແຂວງ, ເລຂາຄະນະພັກແຂວງ ຮຶງອຽນ.

ເດືອນມິຖຸນາ 2021, ນາຍົກລັດຖະມົນຕີ ໄດ້ມີຂໍ້ຕົກລົງແຕ່ງຕັງທ່ານ ໂດຕຽນຊີ ດຳລົງຕຳແໜ່ງຜູ້ອຳນວຍການໃຫຍ່ VOV.

This site is protected by reCAPTCHA and the Google Privacy Policy and Terms of Service apply.