ຂ່າວເດັ່ນ

ຜູ້​ຕາງ​ໜ້າ ແດນ​ມາກ ແລະ ອາ​ເມ​ລິ​ກາ ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ Greenland ຢູ່ ທຳ​ນຽບ​ຂາວ

ຜູ້​ຕາງ​ໜ້າ ແດນ​ມາກ ແລະ ອາ​ເມ​ລິ​ກາ ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ Greenland ຢູ່ ທຳ​ນຽບ​ຂາວ

(VOVWORLD) - ວັນທີ 14 ມັງກອນ, ຜູ້ຕາງໜ້າຂັ້ນສູງຂອງ ແດນມາກ ມີການພົບປະແບບເຊິ່ງໜ້າກັບອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ຢູ່ທຳນຽບຂາວ ເພື່ອປຶກສາຫາລືກ່ຽວກັບບັນຫາ Greenland.

ທ່ານລັດຖະມົນຕີການຕ່າງປະເທດ ແດນມາກ  Lars Loekke Rasmussen (ພາບ: Sebastian Elias Uth/ Ritzau Scanpix/via REUTERS)

ຕາມຂໍ້ມູນຈາກກະຊວງການຕ່າງປະເທດ ແດນມາກ ແລ້ວ, ການພົບປະຢູ່ທຳນຽບຂາວ ມີການເຂົ້າຮ່ວມຂອງທ່ານ Lars Løkke Rasmussen ລັດຖະມົນຕີການຕ່າງປະເທດ ແດນມາກ, ທ່ານ Vivian Motzfeldt ຜູ້ຕາງໜ້າ Greenland, ທ່ານ JD Vance ຮອງປະທານາທິບໍດີ ອາເມລິກາ ພ້ອມດ້ວຍທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ.

        ການພົບປະນີ້ໄດ້ຮັບການຈັດຂຶ້ນໃນສະພາບການທ່ານປະທານາທິບໍດີ Donald Trump ສະແດງເຈດຈຳນົງໂຮມເກາະ Greenland ເຂົ້າ, ເຊິ່ງເປັນເຂດທີ່ມີຄວາມໝາຍຍຸດທະສາດສຳຄັນ.

        ຈຸດປະສົງຂອງແດນມາກ ທີ່ການໂອ້ລົມເຈລະຈາຄັ້ງນີ້ແມ່ນນຳບັນດາຂໍ້ຂັດແຍ້ງຈາກການສະແດງທັດສະນະໃນສື່ສັງຄົມອອນໄລເຂົ້າໃນໂຕະເຈລະຈາແບບເຊິ່ງໜ້າເພື່ອໂນ້ມນ້າວໃຫ້ ອາເມລິກາ ເຄົາລົບສິດຕັດສິນໃຈເອງຂອງ Greenland.

        ການນຳເອີລົບຫຼາຍທ່ານ ເຊັ່ນ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ສະແດງທັດສະນະສະໜັບສະໜູນທັດສະນະຂອງ ແດນມາກ ແລະ Greenland, ຢັ້ງຢືນວ່າ ມີພຽງແຕ່ປະຊາຊົນ Greenland ຈຶ່ງມີສິດຕັດສິນອະນາຄົດຂອງຕົນ.

ນັກຂ່າວ VOV ປະຈຳ ຝລັ່ງ

This site is protected by reCAPTCHA and the Google Privacy Policy and Terms of Service apply.