ຂ່າວເດັ່ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ ໂບ​ລີ​ເວຍ ເລືອກ​ຕັ້ງ ປ​ະທາ​ນາ​ທິ​ບໍ​ດີ ຮອບ​ທີ 2

ຜູ້​ມີ​ສິດ​ເລືອກ​ຕັ້ງ ໂບ​ລີ​ເວຍ ເລືອກ​ຕັ້ງ ປ​ະທາ​ນາ​ທິ​ບໍ​ດີ ຮອບ​ທີ 2

(VOVWORLD) - ການເລືອກຕັ້ງຮອບທີ 2 ແມ່ນການແຂ່ງຂັນລະຫວ່າງທ່ານ Rodrigo Paz ຜູ້ສະໝັກເລືອກຕັ້ງຕາມແນວທາງປອງດອງຂອງພັກປະຊາທິປະໄຕສາສະໜາ ເຢຊູ ແລະ ທ່ານ Jorge “Tuto” Quiroga ອະດີດປະທານາທິບໍດີ ຜູ້ຕາງໜ້າພັນທະມິດ Alianza Libre.

ວັນທີ 19 ຕຸລາ, ຜູ້ມີສິດເລືອກຕັ້ງ ໂບລີເວຍ ໄດ້ເລີ່ມຕົ້ນການປ່ອນບັດ ການເລືອກຕັ້ງປະທານາທິບໍດີີຮອບທີ2, ເລືອກລະຫວ່າງຜູ້ອອກສະໝັກຮັບເລືອກຕັ້ງສອງຄົນຢູ່ຝ່າຍກົງກັນຂ້າມ  ເປັນຄັ້ງທຳອິດ ພາຍຫຼັງ 20 ປີກຳອຳນາດຂອງພັກຝ່າຍຊ້າຍ. ບັນດາສະຖານທີ່ປ່ອນບັດເລືອກຕັ້ງເປີດປະຕູແຕ່ເວລາ 8 ໂມງຫາເວລາ 16 ໂມງ, ດ້ວຍຜູ້ມີສິດເລືອກຕັ້ງທີ່ມີເງື່ອນໄຂຄົບຖ້ວນ ເກືອບ 8 ລ້ານຄົນ ແລະ ການປ່ອນບັດແມ່ນແບບບັງຄັບ. ການເລືອກຕັ້ງຮອບທີ 2 ແມ່ນການແຂ່ງຂັນລະຫວ່າງທ່ານ Rodrigo Paz ຜູ້ສະໝັກເລືອກຕັ້ງຕາມແນວທາງປອງດອງຂອງພັກປະຊາທິປະໄຕສາສະໜາ ເຢຊູ ແລະ ທ່ານ Jorge “Tuto” Quiroga ອະດີດປະທານາທິບໍດີ ຜູ້ຕາງໜ້າພັນທະມິດ Alianza Libre.

This site is protected by reCAPTCHA and the Google Privacy Policy and Terms of Service apply.