ຂ່າວເດັ່ນ

​ຜູ້​ມີ​ສິດເລືອກ​ຕັ້ງ​ກ່​ວາ 1,3 ລ້ານ​ຄົນ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ

​ຜູ້​ມີ​ສິດເລືອກ​ຕັ້ງ​ກ່​ວາ 1,3 ລ້ານ​ຄົນ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ

(VOVWORLD) - ອີຣັກ ໄດ້ເປີດບັນດາສະຖານທີ່ປ່ອນບັດເລືອກຕັ້ງກ່ອນເວລາກຳນົດ ໃຫ້ບັນດາກຳລັງປ້ອງກັນຄວາມໝັ້ນຄົງ ແລະ ຜູ້ຄົນຕ້ອງຍົກຍ້າຍ ພາຍໃນປະເທດ, ໃນຂອບເຂດການເລືອກຕັ້ງສະພາແຫ່ງຊາດຄາດວ່າຈະດຳເນີນໃນວັນທີ 11 ພະຈິກຈະມາເຖິງ.

ວັນທີ 9 ພະຈິກ, ອີຣັກ ໄດ້ເປີດບັນດາສະຖານທີ່ປ່ອນບັດເລືອກຕັ້ງກ່ອນເວລາກຳນົດ ໃຫ້ບັນດາກຳລັງປ້ອງກັນຄວາມໝັ້ນຄົງ ແລະ ຜູ້ຄົນຕ້ອງຍົກຍ້າຍ ພາຍໃນປະເທດ, ໃນຂອບເຂດການເລືອກຕັ້ງສະພາແຫ່ງຊາດຄາດວ່າຈະດຳເນີນໃນວັນທີ 11 ພະຈິກຈະມາເຖິງ. ຕາມຄະນະກຳມະການເລືອກຕັ້ງສູງສຸດເອກະລາດແລ້ວ, ມີສະມາຊິກກຳລັງປ້ອງກັນຄວາມໝັ້ນຄົງກ່ວາ 1,3 ລ້ານຄົນ ແລະ ຜູ້ຕ້ອງຍົກຍ້າຍປະມານ 26.000 ຄົນ ມີເງື່ອນໄຂຢ່າງພຽງພໍໄດ້ໄປປ່ອນບັດກ່ອນກຳນົດ ຢູ່ສະຖານທີ່ປ່ອນບັດ 809 ແຫ່ງໃນທົ່ວປະເທດ. ບັນດາສະຖານທີ່ປ່ອນບັດເລືອກຕັ້ງໄດ້ເປີດປະຕູແຕ່ເວລາ 7ໂມງ00 ຂອງວັນທີ 9 ພະຈິກ ແລະ ປິດໃນເວລາ 18ໂມງ00 ຂອງວັນດຽວກັນ. ນີ້ແມ່ນໄລຍະເບື້ອງຕົ້ນຂອງການເລືອກຕັ້ງທົ່ວປະເທດ, ດ້ວຍຜູ້ອອກສະໝັກເລືອກຕັ້ງ 7.744 ຄົນ ເຂົ້າ 329 ບ່ອນນັ່ງໃນສະພາຜູ້ແທນປະຊາຊົນ, ໝາຍຄວາມວ່າ ສະພາແຫ່ງຊາດອີຣັກ.


This site is protected by reCAPTCHA and the Google Privacy Policy and Terms of Service apply.