ຂ່າວເດັ່ນ

ຜູ້​ທີ່ນຳ​ເອົາບົດເພງ “ລຸງໂຮ່ ຄວາມຮັກທີ່ກວ້າງໃຫຍ່​ໄພ​ສານ” ໄປຍັງຜູ້ຟັງລາວ

ຜູ້​ທີ່ນຳ​ເອົາບົດເພງ “ລຸງໂຮ່ ຄວາມຮັກທີ່ກວ້າງໃຫຍ່​ໄພ​ສານ” ໄປຍັງຜູ້ຟັງລາວ

(VOVWORLD) -ທ່ານ ຕ່ວນມວນຈັນ ຍັງແຕ່ງບົດເພງ “ລຸງໂຮ່ໃນດວງໃຈ” ເປັນພາສາລາວຕື່ມອີກ ເພື່ອສະແດງຄວາມເຄົາລົບຮັກ ແລະ ຄວາມນິຍົມນັບຖືຂອງຕົນທີ່ມີຕໍ່ລຸງໂຮ່.

ນັກສິລະປິນ ດີເດັ່ນ ຕ່ວນມວນຈັນ ຕອບສຳພາດຕໍ່ນັກຂ່າວ VOV 

ດ້ວຍຄວາມຫວັງຢາກຊ່ວຍໃຫ້ປະຊາຊົນລາວ, ພິເສດແມ່ນໄວໜຸ່ມ ມີຄວາມເຂົ້າໃຈຢ່າງລະອຽດ ກ່ວາ ກ່ຽວກັບປະທານໂຮ່ຈີມິນ - ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນ ຫວຽດນາມ, ເປັນເພື່ອນມິດຜູ້ຍິ່ງໃຫຍ່ຂອງປະເທດຊາດ ແລະ ປະຊາຊົນລາວ, ມີນັກດົນຕີລາວຜູ້ໜຶ່ງໄດ້ ຂຽນເນື້ອເພງໃໝ່ໃຫ້ແກ່ບົດເພງທີ່ມີຊື່ສຽງດັ່ງກ່າວຂອງນັກດົນຕີ ຖ້ວນອຽນ: ລຸງໂຮ່ - ຄວາມຮັກທີ່ກວ້າງໃຫຍ່ໄພສານເປັນພາສາລາວ.  ຫຼາຍປີມານີ້, ບົດເພງດັ່ງກ່າວໄດ້ເຮັດໃຫ້ປະຊາຊົນລາວຫຼາຍລ້ານຄົນຮູ້ສຶກຕື້ນຕັນໃຈເມື່ອຄິດເຖິງລຸງໂຮ່ ທີ່ແສນເຄົາລົບຮັກ.

ນັ້ນແມ່ນນັກສິລະປິນ ດີເດັ່ນ ຕ່ວນມວນຈັນ ຜູ້ອຳນວຍການໂຮງຮຽນສິລະປະແຫ່ງຊາດລາວ. ນອກຈາກການແປພາສາບົດເພງ ລຸງໂຮ່ ຄວາມຮັກທີ່ກວ້າງໃຫຍ່ໄພສານແລ້ວ, ທ່ານຍັງແຕ່ງບົດເພງ “ລຸງໂຮ່ໃນດວງໃຈ” ເປັນພາສາລາວຕື່ມອີກ ເພື່ອສະແດງຄວາມເຄົາລົບຮັກ ແລະ ຄວາມນິຍົມນັບຖືຂອງຕົນທີ່ມີຕໍ່ລຸງໂຮ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.