ຂ່າວເດັ່ນ

ປັນ​ຍາ​ຊົນ ຫວຽດ​ນາມ ​ອາ​ໄສ​ຢູ່ ອັງ​ກິດ ​ໃຫ້​ຄຳ​ປຶກ​ສາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ສູນ​ການ​ເງິນ​ສາ​ກົນ

ປັນ​ຍາ​ຊົນ ຫວຽດ​ນາມ ​ອາ​ໄສ​ຢູ່ ອັງ​ກິດ ​ໃຫ້​ຄຳ​ປຶກ​ສາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ສູນ​ການ​ເງິນ​ສາ​ກົນ

(VOVWORLD) - VIS ປາດຖະໜາ ແລະ ສາມາດປະກອບສ່ວນເຂົ້າໃນວິວັດການກໍ່ສ້າງ ແລະ ພັດທະນາສູນການເງິນສາກົນຢູ່ ຫວຽດນາມ ຜ່ານການເຄື່ອນໄຫວບຳລຸງສ້າງລົງເລິກຂະແໜງ, ຄົ້ນຄ້ວານະໂຍບາຍ ແລະ ເຊື່ອມຕໍ່ເຄືອຂ່າຍປັນຍາຊົນ.

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ພົບປະກັບສະມາຄົມປັນຍາຊົນ ຫວຽດນາມ ຢູ່ ອັງກິດ ແລະ ອຽກລັງ (VIS)  (ພາບ: TTXVN)

ຫວຽດນາມ ມີຄວາມສາມາດບົ່ມຊ້ອນໃຫຍ່ເພື່ອກາຍເປັນສູນການເງິນສາກົນສຳຄັນໃນພາກພື້ນ ແລະ ໂລກ. ເຖິງຢ່າງໃດກໍຕາມ, ເພື່ອຫັນຄວາມສາມາດບົ່ມຊ້ອນນີ້ໃຫ້ປະກົດຜົນເປັນຈິງ, ຕ້ອງມີຍຸດທະສາດພັດທະນາຢ່າງຈະແຈ້ງ, ຮັບປະກັນບັນດາປັດໄຈພື້ນຖານຄື ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ໂປງໃສ, ມີແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ມີພື້ນຖານໂຄງລ່າງການເງິນທີ່ທັນສະໄໝ, ຕະຫຼາດການເງິນທີ່ເຂັ້ມແຂງ ແລະ ມີເຄື່ອງໝາຍການຄ້າສາກົນ.

ນີ້ແມ່ນຂໍ້ສະເໜີແນະຂອງສະມາຄົມປັນຍາຊົນ ຫວຽດນາມ ຢູ່ ອັງກິດ ແລະ ອຽກລັງ (VIS) ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອັງກິດຂອງທ່ານ. ບັນດານັກຊ່ຽວຊານ VIS ໄດ້ຍົກອອກບັນດາຂໍ້ສະເໜີແນະກ່ຽວກັບລະບົບການເງິນທະນາຄານ, ຕະຫຼາດການເງິນ, ວິສາຫະກິດ ແລະ ບົດບາດໃນການຄຸ້ມຄອງບໍລິສັດ, ຍົກອອກຄວາມຈຳເປັນຂອງການລົງທຶນຢ່າງມີແບບມີແຜນເຂົ້າໃນການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ເໝາະສົມກັບແຕ່ລະໄລຍະ, ຮັບປະກັນລັກສະນະແກ້ງແຍ້ງ ແລະ ການເຊື່ອມໂຍງ.

ທ່ານປະທານ VIS, ສາດສະດາຈານ ຫງວຽນຊວນຮວນ ໃຫ້ຮູ້ວ່າ VIS ປາດຖະໜາ ແລະ ສາມາດປະກອບສ່ວນເຂົ້າໃນວິວັດການກໍ່ສ້າງ ແລະ ພັດທະນາສູນການເງິນສາກົນຢູ່ ຫວຽດນາມ ຜ່ານການເຄື່ອນໄຫວບຳລຸງສ້າງລົງເລິກຂະແໜງ, ຄົ້ນຄ້ວານະໂຍບາຍ ແລະ ເຊື່ອມຕໍ່ເຄືອຂ່າຍປັນຍາຊົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.