ຂ່າວເດັ່ນ

ປັນຍາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມຕັ້ງຫວັງຕໍ່ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ປັນຍາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມຕັ້ງຫວັງຕໍ່ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

(VOVWORLD) - ການນຳລຸ່ນໃໝ່ຂອງ ຫວຽດນາມ ໄດ້ຍົກອອກບັນດານະໂຍບາຍຊີ້ຂາດຢ່າງວ່ອງໄວກວ່າ, ເດັດດ່ຽວ ແລະ ແທດຈິງກວ່າ.

(ທ່ານປະລິນຍາເອກ ຮ່າເຊີນຕຸງ)

        ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ, ປະຊາຄົມນັກປັນຍາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ພວມຕິດຕາມດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຕັ້ງຫວັງຢ່າງໃຫຍ່ຫຼວງ. ນີ້ແມ່ນເຫດການການເມືອງທີ່ສຳຄັນ, ເປີດແງ່ຫວັງກ່ຽວກັບບັນດາຂອດບຸກທະລຸຢ່າງແຮງເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່. ທ່ານປະລິນຍາເອກ ຮ່າເຊີນຕຸງ, ຮອງຫົວໜ້າພະແນກເຕັກໂນໂລຊີສົ່ງຂໍ້ມູນຜ່ານແສງ (optical) ກ້າວໜ້າຂຶ້ນກັບສະຖາບັນມະຫາບັນດິດວິທະຍາສາດແຫ່ງຊາດ ສິງກະໂປ A*STAR, ຫວັງວ່າ:

        “ຂ້າພະເຈົ້າເຫັນວ່າ ການນຳລຸ່ນໃໝ່ຂອງ ຫວຽດນາມ ໄດ້ຍົກອອກບັນດານະໂຍບາຍຊີ້ຂາດຢ່າງວ່ອງໄວກວ່າ, ເດັດດ່ຽວ ແລະ ແທດຈິງກວ່າ. ຂ້າພະເຈົ້າມີຄວາມຕັ້ງຫວັງວ່າ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ບັນດານະໂຍບາຍຊີ້ຂາດນັ້ນຍິ່ງໄດ້ຮັບການຜັນຂະຫຍາຍເປັນຕົວຈິງ. ຈຸດປະສົງສຸດທ້າຍຂອງທຸກນະໂຍບາຍຊີ້ຂາດກໍ່ເພື່ອປັບປຸງພື້ນຖານເສດຖະກິດ, ເພີ່ມລາຍຮັບ ແລະ ຮັບປະກັນການດຳລົງຊີວິດຂອງປະຊາຊົນ.”

This site is protected by reCAPTCHA and the Google Privacy Policy and Terms of Service apply.