ຂ່າວເດັ່ນ

ປ່ຽນ​ສະ​ຖານ​ທີ່​ເຈ​ລະ​ຈາ​ນິວ​ເຄຼຍ ອາ​ເມ​ລິ​ກາ - ອີ​ຣານ

ປ່ຽນ​ສະ​ຖານ​ທີ່​ເຈ​ລະ​ຈາ​ນິວ​ເຄຼຍ ອາ​ເມ​ລິ​ກາ - ອີ​ຣານ

(VOVWORLD) - ຮອບເຈລະຈານິວເຄຼຍຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ອີຣານ, ຄາດວ່າຈະດຳເນີນໃນວັນທີ 19 ເມສາ ນີ້ ຢູ່ນະຄອນຫຼວງ ໂຣມ (ອີຕາລີ) ແທນທີ່ຢູ່ນະຄອນຫຼວງ Muscat ຂອງ Oman.

ຮາກຖານນິວເຄຼຍ Natanz ຂອງ ອີຣານ (ພາບເອກະສານ: IRNA/TTXVN)

ເປັນອັນວ່າ, ສະຖານທີ່ຂອງບັນດາຮອບເຈລະຈາຈະມາເຖິງໄດ້ປ່ຽນເປັນ 2 ຄັ້ງແລ້ວ, ຈາກ ໂຣມ ໄປຍັງ Muscat  ແລະ ກັບໄປຈັດຢູ່ ໂຣມ.

        ນີ້ຈະແມ່ນຮອບເຈລະຈາທີ 2 ລະຫວ່າງ ອາເມລິກາ - ອີຣານ ແລະ ແມ່ນກອງປະຊຸມຂັ້ນສູງສຸດລະຫວ່າງສອງຝ່າຍນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ຍົກເລີກຂໍ້ຕົກລົງນິວເຄຼຍ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA) ເຊິ່ງ ອີຣານ ແລະ ບັນດາປະເທດມະຫາອຳນາດທີ່ໄດ້ລົງນາມໃນປີ 2018 ໃນອາຍຸການທຳອິດຂອງທ່ານ.

        ກ່ອນໜ້ານັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araqchi  ຢັ້ງຢືນສິດເສີມທາດ ຢູຣານຽມ ຂອງ ອີຣານ ແມ່ນບໍ່ສາມາດປະນິປະນອມໄດ້, ໃນຂະນະທີ່ຝ່າຍ ອາເມລິກາ ຖືວ່າ ອີຣານ ຕ້ອງ “ຢຸດ ແລະ ຍົກເລີກການເຄື່ອນໄຫວເສີມທາດນິວເຄຼຍ” ເພື່ອບັນລຸໄດ້ຂໍ້ຕົກລົງກັບ ອາເມລິກາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.