ຂ່າວເດັ່ນ

ປຸກ​ລະ​ດົມ​ການ​ແຂ່ງ​ຂັນ​ຊີ​ງ​ລາງວັນ “ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ Make in Viet Nam” ປີ 2024

ປຸກ​ລະ​ດົມ​ການ​ແຂ່ງ​ຂັນ​ຊີ​ງ​ລາງວັນ “ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ Make in Viet Nam” ປີ 2024

(VOVWORLD) - ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ໄດ້ສົມທົບກັບ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ໄດ້ຈັດການຖະແຫຼງຂ່າວ ກ່ຽວກັບການແຂ່ງຂັນ ລາງວັນ “ຜະລິດຕະພັນເຕັກໂນໂລຢີ Make in Viet Nam” ປີ 2024. ຕາມນັ້ນແລ້ວ, ລາງວັນປີ 2024 ມີ 8 ລາຍການ, ໃນນັ້ນ ມີລາຍການໃໝ່ ຜະລິດຕະພັນດີຈີຕອນໃໝ່ດີເດັ່ນ.

ການຖະແຫຼງຂ່າວກ່ຽວກັບການແຂ່ງຂັນ ລາງວັນ “ຜະລິດຕະພັນເຕັກໂນໂລຢີ Make in Viet Nam” ປີ 2024 (ພາບ: VGP/HM)

ທ່ານ ຫງວຽນແທັງຕວຽນ, ຮອງຫົວໜ້າກົມອຸດສາຫະກຳເຕັກໂນໂລຢີ ຂໍ້ມູນຂ່າວສານ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຖືວ່າ:

“ຜະລິດຕະພັນເຕັກໂນໂລຢີດີຈີຕອນໃໝ່ ແມ່ນລາຍການໃໝ່, ສຳລັບບັນດາເຕັກໂນໂລຢີໃໝ່ຄື  AI (ປັນຍາປະດິດ), Blockchain, ການເຊື່ອມຕໍ່ສັບພະສິ່ງ ຫຼື ເຄິ່ງຊັກນຳໄຟຟ້າ… ອັນນີ້ ກໍມີຄວາມຄ້າຍຄືກັນກັບບັນດາລາງວັນອື່ນໆໃນໂລກ. ໂລກ ກໍມີບັນດາລາງວັນເຊດີຊູຜະລິດຕະພັນໃໝ່, ປີນີ້ ອົງການກຳມະການໄດ້ສະເໜີ ແລະ ໄດ້ຮັບການໃຫ້ສັດຕະຍາບັນໃຫ້ເປີດລາຍການໃໝ່, ນັ້ນແມ່ນເຕັກໂນໂລຢີໃໝ່ດີເດັ່ນ”.

ປະຕູຖານຂໍ້ມູນເອເລັກໂຕນິກ Giaithuong.makeinVietNam.mic.gov.vn ຈະຢຸດຮັບສຳເນົາເອກະສານຈົດທະບຽນໃນວັນທີ 22 ຕຸລາ 2024. ພິທີມອບລາງວັນຈະຈັດຂຶ້ນໃນເດືອນທັນວາຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.