ຂ່າວເດັ່ນ

ປຸກ​ລະ​ດົມ​ໂຄງ​ການ​ປະ​ກາດ​ວິ​ສາ​ຫະ​ກິດ​ຍືນ​ຍົງ​ຢູ່ ຫວຽດ​ນາມ 2025

ປຸກ​ລະ​ດົມ​ໂຄງ​ການ​ປະ​ກາດ​ວິ​ສາ​ຫະ​ກິດ​ຍືນ​ຍົງ​ຢູ່ ຫວຽດ​ນາມ 2025

(VOVWORLD) - ພິທີປຸກລະດົມໂຄງການຕີລາຄາ, ປະກາດວິສາຫະກິດຍືນຍົງຢູ່ ຫວຽດນາມ ປີ 2025 ໂດຍສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ເປັນເຈົ້າພາບຈັດຂຶ້ນໃນຕອນເຊົ້າວັນທີ 5 ມິຖຸນາຢູ່ຮ່າໂນ້ຍ.

ພິທີປຸກລະດົມໂຄງການຕີລາຄາ, ປະກາດວິສາຫະກິດຍືນຍົງຢູ່ ຫວຽດນາມ ປີ 2025  (ພາບ: VOV)

ນີ້ແມ່ນປີທີ 10, ໂຄງການໄດ້ຈັດຂຶ້ນເພື່ອແນໃສ່ເຊີດຊູສັນລະເສີນບັນດາວິສາຫະກິດປະຕິບັດບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດແບບຍືນຍົງໃຫ້ເປັນຢ່າງດີ, ປະກອບສ່ວນຊຸກຍູ້ການສ້າງປະຊາຄົມວິສາຫະກິດດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ພັດທະນາແບບຍືນຍົງ ແລະ ກວມລວມ. ທີ່ພິທີ, ທ່ານ ຫງວຽນກ໋ວາງວິງ, ຮອງປະທານ VCCI, ປະທານສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງ ຫວຽດນາມ (VBCSD) ໃຫ້ຮູ້ວ່າ:

ຊຸດດັດຊະນີວິສາຫະກິດແບບຍືນຍົງ ຍາມໃດກໍ່ເຄື່ອນເໜັງ, ຍາມໃດກໍ່ໄດ້ຮັບການອັບເດດ. ປະຊາຄົມວິສາຫະກິດ ຫວຽດນາມ ເລີ່ມມີຄວາມລຶ້ງເຄີຍກັບປະມວນ ດັດຊະນີນີ້. ພວກຂ້າພະເຈົ້າໄດ້ອັບເດດປະມວນນີ້ບົນພື້ນຖານສົມທົບກັບບັນດານັກຊ່ຽວຊານ, ບັນດາອົງການ, ຄະນະ, ຂະແໜງການ ເພື່ອໃຫ້ປະຊາຄົມຈຸນລະວິສາຫະກິດ, ວິສາຫະກິດຂະໜາດກາງ ແລະ ນ້ອຍນັບມື້ນັບເຂົ້າໃຈກ່ຽວກັບປະມວນດັດຊະນີນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.