ຂ່າວເດັ່ນ

ປຸກ​ລະ​ດົມ​ທົ່ວ​ປວງ​ຊ​ົນ​ປະ​ຕິ​ບັດ​ການ​ປະ​ຢັດ​ໄຟ​ຟ້າ ແລະ ​ຈັດການ​ແລ່ນ​ເພື່ອ​ຕອ​ບ​ສະ​ໜອງ​ບັ້ນ​ເຄື່ອນ​ໄຫວ​ໂມງ​ໜ່ວຍ​ໂລກ ປີ 2024

ປຸກ​ລະ​ດົມ​ທົ່ວ​ປວງ​ຊ​ົນ​ປະ​ຕິ​ບັດ​ການ​ປະ​ຢັດ​ໄຟ​ຟ້າ ແລະ ​ຈັດການ​ແລ່ນ​ເພື່ອ​ຕອ​ບ​ສະ​ໜອງ​ບັ້ນ​ເຄື່ອນ​ໄຫວ​ໂມງ​ໜ່ວຍ​ໂລກ ປີ 2024

(VOVWORLD) - “ການແຂ່ງຂັນແລ່ນ ຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ ດ້ວຍການເຂົ້າຮ່ວມຂອງນັກກິລາອາຊີບ ແລະ ສະໝັກຫຼີ້ນ ກວ່າ 1.500 ຄົນ ຈະປະກອບສ່ວນສຽງເວົ້າ, ແຜ່ກະຈາຍສານທີ່ວ່າ “ປະຢັດໄຟຟ້າ - ກາຍເປັນຄວາມຊີນເຄີຍ” ເຖິງວົງຄະນະຍາດ ເພື່ອພ້ອມກັນເຂົ້າຮ່ວມບັ້ນເຄື່ອນໄຫວ ປະຕິບັດການປະຢັດໄຟຟ້າໃນຕະຫຼອດ 365 ວັນໃນປີ, ເພື່ອນຳການປະຢັດໄຟຟ້າກາຍເປັນຄວາມຊີນເຄີຍຢູ່ທຸກບ່ອນ, ທຸກເວລາ”.

ການແຂ່ງຂັນແລ່ນ ຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ  ດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫຼາຍ (ພາບ: VOV)

ໃນຂອບເຂດໂຄງການແຫ່ງຊາດກ່ຽວກັບການນຳໃຊ້ພະລັງງານແບບປະຢັດ ແລະ ມີປະສິດທິຜົນ ໄລຍະ 2019 – 2030, ຕອນເຊົ້າວັນທີ 16 ມີນາ, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດພິທີປຸກລະດົມທົ່ວປວງຊົນປະຕິບັດການປະຢັດໄຟຟ້າ ແລະ ການແຂ່ງຂັນແລ່ນເພື່ອຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ ປີ 2024, ຢູ່ສວນສາທາລະນະ ທົ໊ງເຍິດ, ຮ່າໂນ້ຍ.

        ເຫດການແນໃສ່ແຜ່ກະຈາຍສານທີ່ວ່າ “ປະຢັດໄຟຟ້າ ກາຍເປັນຄວາມຊີນເຄີຍ” ໃນໂຄງການປະຢັດໄຟຟ້າ ໄລຍະ 2020 – 2025. ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຊິງເຍິດເຕິນ ໃຫ້ຮູ້ວ່າ ໃນເດືອນ ມີນາ, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະໜອງບັ້ນເຄື່ອນໄຫວ. ກ່ຽວກັບການແຂ່ງຂັນແລ່ນ ຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ ປີ 2024, ທ່ານຮອງລັດຖະມົນຕີ ຫງວຽນຊິງເຍິດເຕີນ ເນັ້ນໜັກວ່າ:

        “ການແຂ່ງຂັນແລ່ນ ຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ ດ້ວຍການເຂົ້າຮ່ວມຂອງນັກກິລາອາຊີບ ແລະ ສະໝັກຫຼີ້ນ ກວ່າ 1.500 ຄົນ ຈະປະກອບສ່ວນສຽງເວົ້າ, ແຜ່ກະຈາຍສານທີ່ວ່າ “ປະຢັດໄຟຟ້າ - ກາຍເປັນຄວາມຊີນເຄີຍ” ເຖິງວົງຄະນະຍາດ ເພື່ອພ້ອມກັນເຂົ້າຮ່ວມບັ້ນເຄື່ອນໄຫວ ປະຕິບັດການປະຢັດໄຟຟ້າໃນຕະຫຼອດ 365 ວັນໃນປີ, ເພື່ອນຳການປະຢັດໄຟຟ້າກາຍເປັນຄວາມຊີນເຄີຍຢູ່ທຸກບ່ອນ, ທຸກເວລາ”.

        ໃນຂອບເຂດຂອງລາຍການ, ຄະນະຈັດຕັ້ງກໍໄດ້ປຸກລະດົມການແຂ່ງຂັນແລ່ນແບບທາງໄກ ເຊິ່ງດຳເນີນແຕ່ເວລາ 12 ໂມງວັນທີ 16 ມີນາ ຮອດ 23 ໂມງ 59 ນາທີ ຂອງວັນທີ 31 ມີນາ, ຜ່ານແອັບຟະຣີເຄຊັນ Uprace.

This site is protected by reCAPTCHA and the Google Privacy Policy and Terms of Service apply.