ຂ່າວເດັ່ນ

ປຸກລະດົມວັນແລ່ນ Olympic ເພື່ອສຸຸຂະພາບທົ່ວປວງຊົນ, ການແຂ່ງຂັນແລ່ນ ໜັງສືພິມ ຮ່າໂນ້ຍ​ໃໝ່ເປີດກວ້າງ ແລ່ນເພື່ອສັນຕິພາບ 2025

ປຸກລະດົມວັນແລ່ນ Olympic ເພື່ອສຸຸຂະພາບທົ່ວປວງຊົນ, ການແຂ່ງຂັນແລ່ນ ໜັງສືພິມ ຮ່າໂນ້ຍ​ໃໝ່ເປີດກວ້າງ ແລ່ນເພື່ອສັນຕິພາບ 2025

(VOVWORLD) - ຕອນເຊົ້າວັນທີ 23 ມີນາ, ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຈັດການປຸກລະດົມວັນແລ່ນ Olympic ເພື່ອສຸຂະພາບທົ່ວປວງຊົນ, ການແຂ່ງຂັນໜັງສືພິມ ຮ່າໂນ້ຍໃໝ່ເປີດກວ້າງຄັ້ງທີ 50 ເພື່ອສັນຕິພາບ 2025.

ການປຸກລະດົມວັນແລ່ນ Olympic 2025 (ພາບ: TTXVN)

ເຫດການໄດ້ຈັດຂຶ້ນເພື່ອແນໃສ່ມຸ່ງໄປເຖິງການສະເຫຼີມສະຫຼອງບັນດາວັນບຸນໃຫຍ່ໃນປີ 2025, ສະເຫຼີມສະຫຼອງ 79 ປີແຫ່ງວັນມູນເຊື້ອຂະແໜງກາຍະກຳກິລາ ຫວຽດນາມ (27/3/1946-27/3/2025), ມຸ່ງໄປເຖີງດານສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສສ. ຫວຽດນາມ (2/9/1945-2/9/2025). ດ້ວຍການເຂົ້າຮ່ວມຕອບສະໜອງຂອງນັກກິລາ, ຄູຝຶກ, ພະນັກງານ ແລະ ປະຊາຊົນນະຄອນຫຼວງ ກ່ວາ 4000 ຄົນ ນີ້ແມ່ນເຫດການກິລາມູນເຊື້ອ, ມີຄວາມໝາຍປະກອບສ່ວນຍູ້ແຮງຂະບວນການອອກກຳລັງກາຍກິລາ ຢູ່ຮ່າໂນ້ຍ ຢ່າງແຮງ. ທີ່ເຫດການ, ບັນດານັກກິລາ, ຄູເຝີກ, ພະນັກງານ ແລະ ຊາວນະຄອນ ໄດ້ພ້ອມກັນແລ່ນຕອບສະໜອງຢູ່ບິ່ນອ້ອມໜອງຮ່ວາຍກຽມ, ຮ່າໂນ້ຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.