ຂ່າວເດັ່ນ

ສ​ປ​ປ. ເກົາຫຼີ ທົດ​ລອງ​ການ​ຍິງ​ລູກ​ສອນ​ໄຟຫຼາຍເລົາ​ຂະ​ໜາດ​ໃຫຍ່

ສ​ປ​ປ. ເກົາຫຼີ ທົດ​ລອງ​ການ​ຍິງ​ລູກ​ສອນ​ໄຟຫຼາຍເລົາ​ຂະ​ໜາດ​ໃຫຍ່

(VOVWORLD) - ວັນທີ 27 ມັງກອນ, ສຳນັກຂ່າວສານສູນກາງ ສປປ. ເກົາຫຼີ (KCNA) ໃຫ້ຮູ້ວ່າ ປະເທດນີ້ ໄດ້ທົດລອງລະບົບຍິງລູກສອນໄຟຫຼາຍເລົາຂະໜາດໃຫຍ່ (MRLS) ທີ່ໄດ້ຍົກລະດັບແລ້ວ ເພື່ອຕີລາຄາປະສິດທິຜົນການຕໍ່ສູ້ ແລະ ຄວາມຊັດເຈນຂອງອາວຸດປະເພດນີ້. ການນຳ ສປປ.ເກົາຫຼີ Kim Jong Un ໄດ້ຕິດຕາມການເຄື່ອນໄຫວທົດລອງນີ້ໂດຍກົງ.

 ຕາມ KCNA ແລ້ວ, ລູກສອນໄຟ MRLS ໄດ້ນຳໃຊ້ເຕັກໂນໂລຢີໃໝ່ 4 ລູກ ທີ່ຫາກໍ່ດຳເນີນການທົດລອງນັ້ນ ໄດ້ຍິງຖືກເປົ້າໝາຍຢູ່ເຂດທະເລຫ່າງຈາກຖານຍິງ 358,5 ກິໂລແມັດ. ການທົດລອງໄດ້ດຳເນີນໃນສະພາບການ ສປປ.ເກົາຫຼີ ຄາດວ່າ ຈະຮຽກໂຮມກອງປະຊຸມໃຫຍ່ພັກແຮງງານ ສປປ.ເກົາຫຼີ ຄັ້ງທີ 9 ໃນຕົ້ນເດືອນຈະມາເຖິງ, ບ່ອນທີ່ ສປປ.ເກົາຫຼີ ຄາດວ່າຈະປະກາດແຜນການພັດທະນາ 5 ປີ ກ່ຽວກັບການປ້ອງກັນຊາດ, ເສດຖະກິດ ແລະ ບັນດາຂົງເຂດອື່ນ, ເຊິ່ງເປັນຄັ້ງທຳອິດນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 8 ເມື່ອປີ 2021.

        KCNA ໄດ້ຄັດສະເໜີຄຳປາໄສຂອງການນຳ Kim Jong Un ໃຫ້ຮູ້ວ່າ ການທົດລອງໃນວັນທີ 27 ມັງກອນ ແມ່ນມີຄວາມໝາຍທີ່ຍິ່ງໃຫຍ່ສຳລັບການຍົກສູງປະສິດທິຜົນການນາບຂູ່ຍຸດທະສາດຂອງ ສປປ.ເກົາຫຼີ, ພ້ອມທັງໃຫ້ຮູ້ຕື່ມອີກວ່າ ບັນດາການຍົກລະດັບໄດ້ປະຕິບັດເພື່ອຫັນຄວາມສາມາດບຸກໂຈມຕີຂອງລະບົບຍິງໃຫ້ໄດ້ດີທີ່ສຸດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.