ຂ່າວເດັ່ນ

ສ​ປ​ປ.ເກົາຫຼີ - ຈີນ ເຊື່ອມ​ຕໍ່​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ຄືນ​ໃໝ່ ພາຍຫຼັງ​ 5 ປີ ​ຢຸດ​ສະຫຼັກ​

ສ​ປ​ປ.ເກົາຫຼີ - ຈີນ ເຊື່ອມ​ຕໍ່​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ຄືນ​ໃໝ່ ພາຍຫຼັງ​ 5 ປີ ​ຢຸດ​ສະຫຼັກ​

(VOVWORLD) - ບັນດາລາຍການທ່ອງທ່ຽວຈາກ ສປປ.ເກົາຫຼີ ໄປຍັງ ຈີນ ໄດ້ຮັບການເຊື່ອມຕໍ່ຄືນໃໝ່ນັບແຕ່ອາທິດໜ້າເປັນຕົ້ນໄປ, ພາຍຫຼັງ 5 ປີຢຸດສະງັກ ຍ້ອນໂລກລະບາດໂຄວິດ 19.

ສະໜາມຫຼວງ ກິມເຍິດແທັ່ງ, ສປປ.ເກົາຫຼີ (ພາບ: TTXVN)

ບັນດາບໍລິສັດທ່ອງທ່ຽວທີ່ມີສຳນັກງານຕັ້ງຢູ່ ຈີນ ໃຫ້ຮູ້ວ່າ ບັນດາລາຍການທ່ອງທ່ຽວຈາກ ສປປ.ເກົາຫຼີ ໄປຍັງ ຈີນ ໄດ້ຮັບການເຊື່ອມຕໍ່ຄືນໃໝ່ນັບແຕ່ອາທິດໜ້າເປັນຕົ້ນໄປ, ພາຍຫຼັງ 5 ປີຢຸດສະງັກ ຍ້ອນໂລກລະບາດໂຄວິດ 19. ເຖິງຢ່າງໃດກໍຕາມ, ປັດຈຸບັນ ພຽງຢາງ ພຽງແຕ່ອະນຸຍາດໃຫ້ແຂກທ່ອງທ່ຽວສາກົນມາຢ້ຽມຢາມ Rason, ເຂດເສດຖະກິດພິເສດເທົ່ານັ້ນ. ບາງກຸ່ມບໍລິສັດທ່ອງທ່ຽວໄດ້ເລີ່ມຮັບໃບຈົດທະບຽນລາຍການທ່ອງທ່ຽວ ພາຍຫຼັງທີ່ພາລະກອນມາຢ້ຽມຢາມ Rason ແລະ ປຶກສາຫາລືລາຍລະອຽດກັບບັນດາເຈົ້າໜ້າທີ່ ສປປ.ເກົາຫຼີ.

        ລາຍການທ່ອງທ່ຽວທຳອິດ ແມ່ນໄດ້ດຳເນີນແຕ່ວັນທີ 24 ກຸມພາ, ໃນຂະນະທີ່ບໍລິສັດ Koryo Tours  ມີແຜນການຈັດບັນດາລາຍການທ່ອງທ່ຽວແຕ່ເດືອນ ມີນາ. ຜູ້ເຂົ້າຮ່ວມຈະໄດ້ຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວ, ໂຮງຮຽນ, ໂຮງງານ ແລະ ທະນາຄານແຫ່ງໜຶ່ງ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.