ຂ່າວເດັ່ນ

ສ​ປ​ປ.ເກົາຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຍຸດ​ທະ​ສາດ​ຈາກ​ທະ​ເລ​ເຂົ້າ​ເຂ​ດ​ດິນ​ຕໍ່​ແຜ່ນ

ສ​ປ​ປ.ເກົາຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຍຸດ​ທະ​ສາດ​ຈາກ​ທະ​ເລ​ເຂົ້າ​ເຂ​ດ​ດິນ​ຕໍ່​ແຜ່ນ

(VOVWORLD) - ບັນດາລູກສອນໄຟນຳວິຖີ, ໄດ້ຮັບການປົວແປງເພື່ອຍິງຈາກກ່ຳປັ່ນສູ້ຮົບ, ເຊິ່ງຍິງຕາມທິດລວງຕັ້ງ ແລະ ສູງກວ່າ 7.800 ວິນາທີລຽບຕາມໂຄຈອນທີ່ໄດ້ກຳນົດໄວ້ຢູ່ທະເລເຫຼືອງ, ຍິງຖືກເປົ້າໝາຍ.

ການຍິງລູກສອນໄຟຂອງ ສປປ.ເກົາຫຼີ (ພາບເອກະສານ: KCNA/TTXVN)

ຕອນເຊົ້າວັນທີ 29 ຕຸລາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ, ວັນທີ 28 ຕຸລາ, ກົມໃຫຍ່ລູກສອນໄຟ ສປປ. ເກົາຫຼີ ໄດ້ດຳເນີນເຫດຍິງທົດລອງລູກສອນໄຟນຳວິຖີຍຸດທະສາດຈາກທະເລເຂົ້າເຂດດິນຕໍ່ແຜ່ນໃນເຂດທະເລ ເຫຼືອງ.

        ບັນດາລູກສອນໄຟນຳວິຖີ, ໄດ້ຮັບການປົວແປງເພື່ອຍິງຈາກກ່ຳປັ່ນສູ້ຮົບ, ເຊິ່ງຍິງຕາມທິດລວງຕັ້ງ ແລະ ສູງກວ່າ 7.800 ວິນາທີລຽບຕາມໂຄຈອນທີ່ໄດ້ກຳນົດໄວ້ຢູ່ທະເລເຫຼືອງ, ຍິງຖືກເປົ້າໝາຍ.

        ທ່ານ Pak Jong Chon ຮອງປະທານຄະນະກຳມະການກອງທັບສູນກາງ ແລະ ເລຂາຄະນະບໍລິຫານງານສູນກາງພັກແຮງງານ ສປປ.ເກົາຫຼີ, ເນັ້ນໜັກວ່າ ບັນດາຜົນງານນີ້ຊີ້ໃຫ້ເຫັນຄວາມຄືບໜ້າສຳຄັນໃນການຫັນກຳລັງນິວເຄຼຍປະກົດຜົນເປັນຈິງຕາມແຜນການຍຸດທະສາດຂອງຄະນະບໍລິຫານງານສູນກາງພັກ ແນໃສ່ເປີດກວ້າງຂອບຂະໜາດການໝູນໃຊ້ກຳລັງຄວາມສາມາດນາບຂູ່ສົງຄາມ.


This site is protected by reCAPTCHA and the Google Privacy Policy and Terms of Service apply.