ຂ່າວເດັ່ນ

ສ​ປ​ປ.ເກົາຫຼີ​ຍົກ​ສູງ​ຄວາມ​ສາ​ມາດ​ນາບ​ຂູ່​ດ້ານ​ນິວ​ເຄຼຍ

ສ​ປ​ປ.ເກົາຫຼີ​ຍົກ​ສູງ​ຄວາມ​ສາ​ມາດ​ນາບ​ຂູ່​ດ້ານ​ນິວ​ເຄຼຍ

(VOVWORLD) - KCNA ໄດ້ຄັດສະເໜີຄຳເວົ້າຂອງທ່ານ Kim Jong Un ຢູ່ເຫດການນີ້ໂດຍເນັ້ນໜັກວ່າໜ້າທີ່ຮັກສາ, ເປີດກວ້າງຄວາມສາມາດນາບຂູ່ນິວເຄຼຍຢ່າງແຮງ ແລະ ເປັນໜ້າໄວ້ເນື້ອເຊື່ອໃຈມີຄວາມໝາຍຍຸດທະສາດສຳຄັນທີ່ສຸດ.

ວັນທີ 5 ມັງກອນ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ ໃຫ້ຮູ້ວ່າ ກົມກອງຂຶ້ນກັບກຸ່ມສູ້ຮົບລູກສອນໄຟຫຼັກຂອງກອງທັບປະເທດນີ້ ໄດ້ດຳເນີນບັ້ນຊ້ອມຍິງລູກສອນໄຟເໜືອສຽງໃນວັນທີ 4 ມັງກອນ. ຕາມ KCNAແລ້ວ, ການຊ້ອມຮົບນີ້ໄດ້ດຳເນີນຄືສ່ວນໜຶ່ງຂອງການຕີລາຄາກ່ຽວກັບລັກສະນະຍືນຍົງ, ມີປະສິດທິຜົນ ແລະ ການເຄື່ອນໄຫວສຳລັບຄວາມສາມາດນາບຂູ່ສົງຄາມຂອງ ສປປ.ເກົາຫຼີ, ພ້ອມທັງກວດກາຄວາມພ້ອມໃນການສູ້ຮົບຂອງລະບົບອາວຸດເໜືອສຽງ.

ການນຳສປປ.ເກົາຫຼີ Kim Jong Un ໄດ້  ຕິດຕາມການສູ້ຮົບນີ້. KCNA ໄດ້ຄັດສະເໜີຄຳເວົ້າຂອງທ່ານ Kim Jong Un ຢູ່ເຫດການນີ້ໂດຍເນັ້ນໜັກວ່າໜ້າທີ່ຮັກສາ, ເປີດກວ້າງຄວາມສາມາດນາບຂູ່ນິວເຄຼຍຢ່າງແຮງ ແລະ ເປັນໜ້າໄວ້ເນື້ອເຊື່ອໃຈມີຄວາມໝາຍຍຸດທະສາດສຳຄັນທີ່ສຸດ. ທ່ານ Kim Jong Un ສະແດງຄວາມຫວັງ ແລະ ເຊື່ອໝັ້ນວ່າ ກຳລັງລູກສອນໄຟຍາມໃດກໍ່ຈະຈົ່ງຮັກພັກດີ ກັບພາລະກິດແມ່ນ ເຄື່ອງກຳບັງ ທີ່ເປັນໜ້າໄວ້ເນື້ອເຊື່ອໃຈ ເພື່ອປົກປັກຮັກສາອະທິປະໄຕ ແລະ ຄວາມໝັ້ນຄົງຂອງ ສປປ.ເກົາຫຼີ, ຜ່ານຄວາມມານະພະຍາຍາມປະຕິບັດສຳເລັດໜ້າທີ່ຕໍ່ສູ້ ທີ່ເປັນເອກະພາບ ແລະ ມີຄວາມຮັບຜິດຊອບດ້ວຍ ກົດລະປຽບທີ່ເຂັ້ມງວດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.