ຂ່າວເດັ່ນ

ສ​ປ​ປ.ເກົາຫຼີ ທົດ​ລອງ​ລູກ​ສອນ​ໄຟ​ປ້ອງ​ກັນ​ອາ​ກາດ​ໄລ​ຍະ​ໄກ​ໃໝ່

ສ​ປ​ປ.ເກົາຫຼີ ທົດ​ລອງ​ລູກ​ສອນ​ໄຟ​ປ້ອງ​ກັນ​ອາ​ກາດ​ໄລ​ຍະ​ໄກ​ໃໝ່

(VOVWORLD) - ໝາກຜົນຂອງການທົດລອງໄດ້ໃຫ້ເຫັນວ່າ ລູກສອນໄຟໄດ້ຍິງຖືກເປົ້າໝາຍສົມມຸດຖານຢູ່ຄວາມສູງ 200 ກີໂລແມັດ.

ທ່ານ Kim Jong Un ການນຳສປປ.ເກົາຫຼີ ໄດ້ລົງຕິດຕາມກວດກາໂດຍກົງ ໃນການທົດລອງລູກສອນໄຟປ້ອງກັນອາກາດໄລຍະໄກ, ລະດັບສູງແບບໃໝ່ ຢູ່ເຂດທະເລທາງທິດຕາເວັນອອກແຫຼມເກົາຫຼີ. ຕາມຂໍ້ມູນໂດຍ ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ປະກາດໃນວັນທີ 25 ທັນວາແລ້ວ, ເຫດການທົດລອງລູກສອນໄຟປ້ອງກັນອາກາດໄລຍະໄກ, ລະດັບສູງແບບໃໝ່ໂດຍ ອົງການລູກສອນໄຟສປປ.ເກົາຫຼີປະຕິບັດໃນວັນທີ 24 ທັນວາ ແມ່ນເພື່ອແນໃສ່ຕີລາຄາບັນດາລັກສະນະພິເສດຍຸດທະວິທີ ແລະ ເຕັກນິກຄັ້ງທຳອິດ. ໝາກຜົນຂອງການທົດລອງໄດ້ໃຫ້ເຫັນວ່າ ລູກສອນໄຟໄດ້ຍິງຖືກເປົ້າໝາຍສົມມຸດຖານຢູ່ຄວາມສູງ 200 ກີໂລແມັດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.