ຂ່າວເດັ່ນ

ສ​ປ​ຊ ກ່າວ​ເຕືອນ​ຈຳ​ນວນ​ຜູ້ເສຍ​ຊີ​ວິ​ດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ອາບ​ກາ​ນິດ​ສະ​ຖານ ອາດ​ຈະ​ເພີ່ມ​ຂຶ້ນ “ແບບ​ທະ​ວີ​ຄູນ”

ສ​ປ​ຊ ກ່າວ​ເຕືອນ​ຈຳ​ນວນ​ຜູ້ເສຍ​ຊີ​ວິ​ດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ອາບ​ກາ​ນິດ​ສະ​ຖານ ອາດ​ຈະ​ເພີ່ມ​ຂຶ້ນ “ແບບ​ທະ​ວີ​ຄູນ”

(VOVWORLD) - ຄ່ຳຄືນວັນທີ 31 ສິງຫາ, ເຫດແຜ່ນດິນໄຫວເກີດຂຶ້ນຢູ່ພາກຕາເວັນອອກ ອາບການິດສະຖານ ອາດຈະສົ່ງຜົນກະທົບຕໍ່ “ນັບແສນຄົນ”.

ສະພາບການຢູ່ເມືອງ Nurgal, ແຂວງ Kunar,  ອາບການິດສະຖານ ພາຍຫຼັງເຫດແຜ່ນດິນໄຫວ ໃນວັນທີ 1/9/2025 (ພາບ: TTXVN)

        ວັນທີ 02 ກັນຍາ, ທ່ານ Indrika Ratwatte, ຜູ້ປະສານງານມະນຸດສະທຳຂອງ ສປຊ ປະຈໍາ ອາບການິດສະຖານ ໄດ້ຍົກອອກຂໍ້ສັງເກດດັ່ງກ່າວ ເມື່ອຕອບສຳພາດຕໍ່ສື່ມວນຊົນຈາກ Kabul. ພ້ອມດຽວກັນນັ້ນ, ທ່ານກໍກ່າວເຕືອນວ່າ ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວນີ້ ອາດຈະເພີ່ມຂຶ້ນ “ແບບທະວີຄູນ”.

        ມີຜູ້ເສຍຊີວິດຫຼາຍກວ່າ 1.400 ຄົນ, ຜູ້ບາດເຈັບ 3.200 ຄົນ ແລະ ເຮືອນ 8.000 ຫຼັງຖືກພັງທະລາຍໃນເຫດແຜ່ນດິນໄຫວທີ່ມີຄວາມແຮງ 6.0 ຣິກເຕີຢູ່ບັນດາເຂດຫ່າງໄກສອກຫຼີກຢູ່ບັນດາແຂວງເຂດພູດອຍ ອາບການິດສະຖານ ຕິດກັບຊາຍແດນ ປາກິດສະຖານ ໃນຕອນກາງຄືນວັນທີ 31 ສິງຫາ (ຕາມເວລາທ້ອງຖິ່ນ).

        ຕາມອົງການສຳຫຼວດທໍລະນີສາດ ອາເມລິກາ (USGS) ແລ້ວ, ຈຸດໃຈກາງຂອງເຫດແຜ່ນດິນໄຫວນີ້ຫ່າງຈາກນະຄອນ Jalalabad 27 ກິໂລແມັດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.