ຂ່າວເດັ່ນ

ສ​ປ​ຊ ກ່າວ​ເຕືອນ ການ​ປະ​ທະ​ກັນ​ຈະ​ເຄັ່ງ​ຕຶງ​ຂຶ້ນ ພາຍຫຼັງ​ເຫດ ອິດ​ສະ​ຣາ​ແອັນ ​ບຸກ​ໂຈມ​ຕີ​ເຂົ້າ ກາ​ຕາ

ສ​ປ​ຊ ກ່າວ​ເຕືອນ ການ​ປະ​ທະ​ກັນ​ຈະ​ເຄັ່ງ​ຕຶງ​ຂຶ້ນ ພາຍຫຼັງ​ເຫດ ອິດ​ສະ​ຣາ​ແອັນ ​ບຸກ​ໂຈມ​ຕີ​ເຂົ້າ ກາ​ຕາ

(VOVWORLD) - ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນການໂຮມປະຊຸມໂດຍດ່ວນໃນຕອນບ່າຍວັນທີ 11 ກັນຍາ (ຕາມເວລາ ນິວຢອກ) ເພື່ອປຶກສາຫາລືກ່ຽວກັບເລື່ອງ ອິດສະຣາແອັນ ບຸກໂຈມຕີເລັ່ງໃສ່ ຮາມາດສ ຢູ່ Doha, ກາຕາ. ກອງປະຊຸມດັ່ງກ່າວຖືກຈັດຂຶ້ນຕາມຂໍ້ສະເໜີຂອງສາມປະເທດ ອານເຊຣີ, ປາກິດສະຖານ ແລະ ໂຊມາລີ.

ກອງປະຊຸມດ່ວນຂອງ ສະພາຄວາມໝັ້ນຄົງ ສປຊ (ພາບ: REUTERS/Eduardo Muno)

ທ່ານນາງ Rosemary DiCarlo, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນຫາການເມືອງ ແລະ ການສ້າງສັນຕິພາບ, ໄດ້ເນັ້ນໜັກເຖິງລັກສະນະຮ້າຍແຮງຂອງການບຸກໂຈມຕີໂດຍ ອິດສະຣາແອັນ ດຳເນີນໃນວັນທີ 09 ກັນຍາ, ພິເສດເມື່ອການກະທຳດັ່ງກ່າວເລັ່ງໃສ່ບັນດາຫົວໜ້າການນຳ ຮາມາດສ ໂດຍໄດ້ຮັບຖືວ່າ ພວມເຂົ້າຮ່ວມການປຶກສາຫາລືກ່ຽວກັບຂໍ້ສະເໜີຢຸດຍິງພາຍໃຕ້ການອຸປະຖຳຂອງ ອາເມລິກາ. ທ່ານນາງ ກ່າວເຕືອນວ່າ ເຫດການນີ້ ອາດຈະເຮັດໃຫ້ຄວາມເຄັ່ງຕຶງໃໝ່ໃນການປະທະກັນຢູ່ເຂດ ກາຊາ ເພີ່ມຂຶ້ນ ແລະ ເນັ້ນໜັກວ່າ ການເປີດກວ້າງສູ້ຮົບ ແລະ ການເພີ່ມຄວາມຮຸນແຮງບໍ່ແມ່ນເສັ້ນທາງພາໄປເຖິງສັນຕິພາບແບບຍືນຍົງຢູ່ເຂດ ຕາເວັນອອກກາງ.

        ໃນການປຶກສາຫາລື, ຜູ້ແທນບັນດາປະເທດໄດ້ກ່າວປະນາມຢ່າງແຮງຕໍ່ກັບການເຄື່ອນໄຫວການທະຫານຂອງ ອິດສະຣາແອັນ, ຖືນີ້ແມ່ນການກະທຳລ່ວງລະເມີດອະທິປະໄຕແຫ່ງຊາດ ແລະ ບໍ່ເຄົາລົບກົດໝາຍສາກົນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.