ຂ່າວເດັ່ນ

ສ​ປ​ຊ ກ່າວ​ເຕືອນ​ກ່ຽວ​ກັບ​ຄວາມ​ສ່ຽງ​ນິວ​ເຄຼຍ​ທົ່ວ​ໂລກ

ສ​ປ​ຊ ກ່າວ​ເຕືອນ​ກ່ຽວ​ກັບ​ຄວາມ​ສ່ຽງ​ນິວ​ເຄຼຍ​ທົ່ວ​ໂລກ

(VOVWORLD) - ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຢັ້ງຢືນເປັນຫຼາຍຄັ້ງກ່ຽວກັບ “ຄວາມສ່ຽງນິວເຄຼຍໃນປັດຈຸບັນທີ່ພວມຢູ່ໃນລະດັບສັນຍານເຕືອນສູງ ແລະ ທຸກການກະທຳອາດຈະພາໄປເຖິງການຄິດໄລ່ທີ່ຜິດພາດ ຫຼື ເຄັ່ງຕຶງຂຶ້ນ, ດ້ວຍຜົນຮ້າຍທີ່ຕາມມາຢ່າງຮ້າຍແຮງນັ້ນ ຕ້ອງໄດ້ຮັບການສະກັດກັ້ນ”. ການນຳ ສປຊ ສະແດງ “ຄວາມວິຕົກກັງວົນຢ່າງເລິກເຊິ່ງ” ຕໍ່ບັນດາຄວາມສ່ຽງນິວເຄຼຍໃນປັດຈຸບັນ, ພ້ອມທັງເນັ້ນໜັກວ່າ ບັນດາເຫດທົດລອງນິວເຄຼຍ “ຈະບໍ່ມີວັນໄດ້ຮັບອະນຸຍາດດຳເນີນໃນບໍ່ວ່າເງື່ອນໄຂໃດ”.

ໃນບົດກ່າວຄຳເຫັນເມື່ອວັນທີ 30 ຕຸລາ, ທ່ານ Farhan Haq ໂຄສົກຂອງ ສປຊ ໃຫ້ຮູ້ວ່າ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຢັ້ງຢືນເປັນຫຼາຍຄັ້ງກ່ຽວກັບ “ຄວາມສ່ຽງນິວເຄຼຍໃນປັດຈຸບັນທີ່ພວມຢູ່ໃນລະດັບສັນຍານເຕືອນສູງ ແລະ ທຸກການກະທຳອາດຈະພາໄປເຖິງການຄິດໄລ່ທີ່ຜິດພາດ ຫຼື ເຄັ່ງຕຶງຂຶ້ນ, ດ້ວຍຜົນຮ້າຍທີ່ຕາມມາຢ່າງຮ້າຍແຮງນັ້ນ ຕ້ອງໄດ້ຮັບການສະກັດກັ້ນ”. ການນຳ ສປຊ ສະແດງ “ຄວາມວິຕົກກັງວົນຢ່າງເລິກເຊິ່ງ” ຕໍ່ບັນດາຄວາມສ່ຽງນິວເຄຼຍໃນປັດຈຸບັນ, ພ້ອມທັງເນັ້ນໜັກວ່າ ບັນດາເຫດທົດລອງນິວເຄຼຍ “ຈະບໍ່ມີວັນໄດ້ຮັບອະນຸຍາດດຳເນີນໃນບໍ່ວ່າເງື່ອນໄຂໃດ”.

        ຖະແຫຼງການດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ອອກຄຳສັ່ງໃຫ້ກອງທັບເຊື່ອມຄືນບັນດາເຫດທົດລອງນິວເຄຼຍ ພາຍຫຼັງຢຸດຕິຊົ່ວຄາວມາໄດ້ 33 ປີ ດ້ວຍເຫດຜົນທີ່ວ່າ “ບັນດາປະເທດອື່ນ ພວມດຳເນີນການທົດລອງ” ແລະ ວໍຊິງຕັນ ກໍ່ຄວນມີການກະທຳທີ່ຄ້າຍຄືກັນ. ຕາມການນຳ ອາເມລິກາ ແລ້ວ, ທຳນຽບຂາວ ຈະປະກາດບັນດາສະຖານທີ່ທົດລອງ ແລະ ປະເທດ ອາເມລິກາ ຍັງຄົງຢຶດໝັ້ນກັບເປົ້າໝາຍຫັນເປັນການປອດນິວເຄຼຍ.

        ກ່ຽວກັບບັນຫານີ້, ທ່ານ Robert Floyd ເລຂາທິການຝ່າຍບໍລິຫານອົງການສົນທິສັນຍາເກືອດຫ້າມທົດລອງນິວເຄຼຍຮອບດ້ານ (CTBTO) ຖະແຫຼງວ່າ ທຸກເຫດທົດລອງອາວຸດນິວເຄຼຍທີ່ເກີດຂຶ້ນນັ້ນ ຈະກໍ່ຜົນເສຍຫາຍໃຫ້ແກ່ບັນດາຄວາມມານະພະຍາຍາມບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ກໍຄື ໃຫ້ແກ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.