ຂ່າວເດັ່ນ

ສ​ປ​ຊ ກ່າວ​ປະ​ນາມ​ເຫດ​ບຸກ​ໂຈມ​ຕີ​ທາ​ງອ​າ​ກາດ​ຂອງ ອິດ​ສ​ະ​ລາ​ແອັນ ເລັງ​ໃສ່​ສຳ​ນັກ​ງານ​ຂອງ UNOPS

ສ​ປ​ຊ ກ່າວ​ປະ​ນາມ​ເຫດ​ບຸກ​ໂຈມ​ຕີ​ທາ​ງອ​າ​ກາດ​ຂອງ ອິດ​ສ​ະ​ລາ​ແອັນ ເລັງ​ໃສ່​ສຳ​ນັກ​ງານ​ຂອງ UNOPS

(VOVWORLD) - ທ່ານ Jorge Moreira da Silva ຜູ້ອຳນວຍການຝ່າຍບໍລິຫານ UNOPS ຖືວ່ານີ້ບໍ່ແມ່ນອຸບັດຕິເຫດ, ພ້ອມທັງສະແດງຄວາມເສົ້າສະຫຼົດໃຈ ຕໍ່ວິນາດຕະກຳນີ້.

ພາບປະກອບ: THX/TTXVN

ວັນທີ 19 ມີນາ, ຜູ້ນຳຫ້ອງການ ການບໍລິຫານໂຄງການ ສປຊ (UNOPS) ໄດ້ຍົກອອກປະຕິກິລະຍາກ່ຽວກັບເຫດບຸກໂຈມຕີເລັງໃສ່ສຳນັກງານຂອງອົງການນີ້ຢູ່ນະຄອນ Deir el-Balah ຂອງ ເຂດກາຊາດເຮັດໃຫ້ພະນັກງານໜຶ່ງຄົນເສຍຊີວິດ. ທ່ານ Jorge Moreira da Silva ຜູ້ອຳນວຍການຝ່າຍບໍລິຫານ UNOPS ຖືວ່ານີ້ບໍ່ແມ່ນອຸບັດຕິເຫດ, ພ້ອມທັງສະແດງຄວາມເສົ້າສະຫຼົດໃຈ ຕໍ່ວິນາດຕະກຳນີ້. ສ່ວນກອງທັບອິດສະລາແອັນ ໄດ້ປະຕິເສດການບຸກໂຈມຕີທຳນຽບຂອງສປຊ ຢູ່ ເຂດກາຊາ. ໃນວັນທີ 18 ມີນາ ຜ່ານມາ, ກອງທັບ ອິດສະລາແອັນ ໄດ້ດຳເນີນບັນດາບັ້ນບຸກໂຈມຕີຂະໜາດໃຫຍ່ເລັງໃສ່ຫຼາຍເປົ້າໝາຍຂອງຂະບວນການອິດສະລາມ Hamas ຢູ່ເຂດກາຊາ. ຫ້ອງການນາຍົກລັດຖະມົນຕີ ອິດສະລາແອັນ ໄດ້ປະກາດວ່າ ນີ້ແມ່ນການກະທຳເພື່ອແນໃສ່ໂຕ້ຕອບເລື່ອງ ຮາມາດປະຕິເສດການປ່ອຍຕົວປະກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.