ຂ່າວເດັ່ນ

ສ​ປ​ຊ ຄັດ​ຄ້ານ​ເລື່ອງ ອິດ​ສະ​ຣາ​ແອັນ ມ້າງ​ທຳ​ລາຍ​ສຳ​ນັກ​ງານ UNRWA ຢູ່ Jerusalem ຕາ​ເວັນ​ອອກ

ສ​ປ​ຊ ຄັດ​ຄ້ານ​ເລື່ອງ ອິດ​ສະ​ຣາ​ແອັນ ມ້າງ​ທຳ​ລາຍ​ສຳ​ນັກ​ງານ UNRWA ຢູ່ Jerusalem ຕາ​ເວັນ​ອອກ

(VOVWORLD) - ວັນທີ 20 ມັງກອນ, ອົງການຊ່ວຍເຫຼືອ ແລະ ວຽກເຮັດງານທຳຂອງ ສປຊ ສຳລັບຊາວລີ້ໄພ ປາແລັດສະຕິນ (UNRWA), ໄດ້ຄັດຄ້ານເລື່ອງເຈົ້າໜ້າທີ່ຜູ້ມີຄວາມຮັບຜິດຊອບຂອງ ອິດສະຣາແອັນ ດຳເນີນການມ້າງທຳລາຍສຳນັກງານຂອງອົງການນີ້ຢູ່ Jerusalem ຕາເວັນອອກ.

ທ່ານ Jonathan Fowler ໂຄສົກຂອງ UNRWA ໃຫ້ຮູ້ວ່າ ບັນດາກຳລັງ ອິດສະຣາແອັນ ໄດ້ບຸກເຂົ້າເຂດປະສົມໃນເວລາປະມານ 7 ໂມງເຊົ້າຂອງວັນທີ 20 ມັງກອນ ຕາມເວລາທ້ອງຖິ່ນ ໃນການກະທຳທີ່ທ່ານຖືວ່າ “ການບຸກໂຈມຕີເລັ່ງໃສ່ UNRWA ແລະ ບັນດາຮາກຖານຂອງອົງການນີ້”.

        ຕາມແຫຼ່ງຂ່າວຈຳນວນໜຶ່ງ, ກຳລັງ ອິດສະຣາແອັນ ໄດ້ຈັດລົດດຸດດິນ ແລະ ພາຫະນະອຸປະກອນໜັກມາມ້າງທຳລາຍສຳນັກງານ UNRWA ຢູ່ Jerusalem  ຕາເວັນອອກ ພ້ອມກັບບັນດາກິດຈະກຳຢູ່ພາຍໃນນັ້ນ. ໃນຖະແຫຼງການໜຶ່ງ, ກະຊວງການຕ່າງປະເທດ ອິດສະຣາແອັນ ໃຫ້ຮູ້ວ່າ UNRWA ໄດ້ຢຸດຕິທຸກການເຄື່ອນໄຫວຢູ່ສະຖານທີ່ດັ່ງກ່າວ ແລະ ບໍ່ມີພະນັກງານ ຫຼືການເຄື່ອນໄຫວໃດໆຂອງ ສປຊ ໃນບໍລິເວນຂອງສຳນັກງານ.


This site is protected by reCAPTCHA and the Google Privacy Policy and Terms of Service apply.