ຂ່າວເດັ່ນ

ສ​ປ​ຊ ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ການ​ຮ່ວ​ມ​ມື​ທົ່ວ​ໂລກ ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ສ​ປ​ຊ ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ການ​ຮ່ວ​ມ​ມື​ທົ່ວ​ໂລກ ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ກອງປະຊຸມປີນີ້ໄດ້ດຳເນີນໃນສະພາບການ “ການປະຕິເສດ, ການແມ່ງແຍກ ແລະ ການຂັດແຍ້ງກັນດ້ານການເມືອງ” ພວມກີດຂວາງຄວາມມານະພະຍາຍາມໃນການຮ່ວມມືສາກົນ.

ວັນທີ 23 ພະຈິກ, ທ່ານ Simon Stiell ເລຂາທິການ ບໍລິຫານສົນທິສັນຍາແມ່ຂອງ ສປຊກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ໃຫ້ຂໍ້ສັງເກດວ່າການຮ່ວມມືທົ່ວໂລກໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຍັງໄດ້ຮັກສາຢ່າງຕັ້ງໜ້າ ແລະ ໝັ້ນແກ່ນ, ໂດຍບໍ່ຫົວຊາຕໍ່ສະພາບການການເມືອງໂລກທີ່ມີການຜັນແປງຫຼາຍຢ່າງ. ໃນຖະແຫຼງການຕີລາຄາໝາກຜົນຂອງກອງປະຊຸມຄັ້ງທີ 30 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30), ທ່ານ Simon Stiell ຖືວ່າກອງປະຊຸມປີນີ້ໄດ້ດຳເນີນໃນສະພາບການ “ການປະຕິເສດ, ການແມ່ງແຍກ ແລະ ການຂັດແຍ້ງກັນດ້ານການເມືອງ” ພວມກີດຂວາງຄວາມມານະພະຍາຍາມໃນການຮ່ວມມືສາກົນ. ເຖິງຢ່າງໃດກໍຕາມ, ບັນດາລັດຖະບານຍັງຢັ້ງຢືນຄືນໃໝ່ຄວາມຕັດສິນໃຈ ກະທຳເພື່ອດິນຟ້າອາກາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.