ຂ່າວເດັ່ນ

ສ​ປ​ຊ ​ມີ​ຄວາມວິ​ຕົກ​ກັງ​ວົນ​ກ່ຽວ​ກັນ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ຢູ່​ເຂດ ກາ​ຊາ

ສ​ປ​ຊ ​ມີ​ຄວາມວິ​ຕົກ​ກັງ​ວົນ​ກ່ຽວ​ກັນ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ຢູ່​ເຂດ ກາ​ຊາ

(VOVWORLD) - ມີລົດພຽງ 600 ຄັນໃນຈຳນວນ 900 ຄັນໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳ ໄດ້ຮັບການອະນຸຍາດໄປຍັງເຂດຊາຍແດນລະຫວ່າງ Israel ແລະ ເຂດ ກາຊາ ເທົ່ານັ້ນ ....

      ວັນທີ 30 ພຶດສະພາ, ຫ້ອງການປະສານງານບັນດາບັນຫາມະນຸດສະທຳ ສປຊ (OCHA) ໃຫ້ຮູ້ວ່າ Israel ພວມສະກັດກັ້ນເຄື່ອງຊ່ວຍເຫຼືອມະນຸດສະທຳໄປຍັງເຂດ ກາຊາ ເກືອບທັງໝົດ, ເວັ້ນເສຍແຕ່ປະລິມານສິນຄ້າໜ້ອຍ.

     ຕາມທ່ານ Jens Laerke, ໂຄສົກ ຫ້ອງການປະສານງານບັນດາບັນຫາມະນຸດສະທຳ ສປຊ (OCHA) ມີລົດພຽງ 600 ຄັນໃນຈຳນວນ 900 ຄັນໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳ ໄດ້ຮັບການອະນຸຍາດໄປຍັງເຂດຊາຍແດນລະຫວ່າງ Israel ແລະ ເຂດ ກາຊາ ເທົ່ານັ້ນ ແຕ່ຍັງມີຫຼາຍສິ່ງກີດຂວາງດ້ານລະບຽບການ ແລະ ຄວາມໝັ້ນຄົງ ອັນໄດ້ເຮັດໃຫ້ການເຄື່ອນໄຫວຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳໄປຍັງເຂດນີ້ບໍ່ສາມາດປະຕິບັດໄດ້. ທ່ານ Jens Laerke ຍັງໃຫ້ຮູ້ວ່າບັນດານັກເຄື່ອນໄຫວມະນຸດສະທຳສາມາດຂົນສົ່ງແປ້ງເຂົ້າຈີ່, ປະເພດອາຫານສຸກໄປຍັງເຂດ ກາຊາ ເທົ່ານັ້ນ. ທ່ານມີຄວາມວິຕົກກັງວົນວ່າ ປຊຊ ຢູ່ເຂດ ກາຊາ ທັງໝົດ ອາດຈະຖືກອິດຫິວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.