ຂ່າວເດັ່ນ

ສ​ປ​ຊ ຮຽກ​ຮ້ອງ​ໃຫ້ຢຸດ​ຕິ​ການ​ຢຶດ​ຄອງ​ດິນ​ແດນ​ຂອງ​ຊາວ ປາ​ແລັດ​ສະ​ຕິນ

ສ​ປ​ຊ ຮຽກ​ຮ້ອງ​ໃຫ້ຢຸດ​ຕິ​ການ​ຢຶດ​ຄອງ​ດິນ​ແດນ​ຂອງ​ຊາວ ປາ​ແລັດ​ສະ​ຕິນ

(VOVWORLD) - ວັນທີ 25 ພະຈິກ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັກເຖິງສິດສ້າງຕັ້ງລັດແມ່ນສິດພື້ນຖານຂອງຊາວ ປາແລັດສະຕິນ, ພ້ອມດຽວກັນນັ້ນກໍຢ້ຳຄືນຄຳຮຽກຮ້ອງຢຸດຕິສະພາວະຢຶດຄອງດິນແດນ ປາແລັດສະຕິນ ແບບຜິດກົດໝາຍ.

        ໃນກອງປະຊຸມພິເສດເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນສາມັກຄີກັບປະຊາຊົນ ປາແລັດສະຕິນ (ວັນທີ 29 ພະຈິກ), ທ່ານຫົວໜ້າຫ້ອງວ່າການ Courtenay Rattray ໄດ້ສົ່ງຕໍ່ຄຳປາໄສຂອງທ່ານເລຂາທິການໃຫຍ່ Antonio Guterres, ໃນນັ້ນ ໄດ້ເນັ້ນໜັກວ່າ “ຄວາມຈິງທີ່ລຽບງ່າຍ: ຊາວ ປາແລັດສະຕິນ ມີສິດໄດ້ຮັບຄວາມເຄົາລົບກຽດສັກສີ, ໄດ້ຊົມໃຊ້ຄວາມຍຸຕິທຳ ແລະ ສິດຕັດສິນດ້ວຍຕົນເອງ”.

        ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງ “ວິວັດທະນາການບໍ່ສາມາດຕາວປີ້ນທິດທາງມຸ່ງໄປເຖິງມາດຕະການສອງລັດ, ສອດຄ່ອງກັບກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ, ກັບ ອິດສະຣາແອັນ ແລະ ປາແລັດສະຕິນ ພ້ອມກັນຄົງຕົວໃນສັນຕິພາບ, ຄວາມໝັ້ນຄົງໃນເສັ້ນຊາຍແດນທີ່ປອດໄພ ແລະ ໄດ້ຮັບການຍອມຮັບບົນພື້ນຖານບັນດາເສັ້ນຊາຍແດນກ່ອນປີ 1967”.


This site is protected by reCAPTCHA and the Google Privacy Policy and Terms of Service apply.