ຂ່າວເດັ່ນ

ສ​ປ​ຊ ຮຽກ​ຮ້ອ​ງ​ຢຸດ​ຍິງ​ໃນ​ທັນ​ທີ. ການ​ແຫ່​ຂະ​ບວນ​ປະ​ທ້ວງ​ດຳ​ເນີນ​ຢູ່ຫຼາຍ​ບ່ອນ​ທີ່ ອິດ​ສະ​ຣາ​ແອັນ ແນ​ໃສ່​ຮຽກ​ຮ້ອງ​ຢຸດ​ຕິ​ສົງ​ຄາມ

ສ​ປ​ຊ ຮຽກ​ຮ້ອ​ງ​ຢຸດ​ຍິງ​ໃນ​ທັນ​ທີ. ການ​ແຫ່​ຂະ​ບວນ​ປະ​ທ້ວງ​ດຳ​ເນີນ​ຢູ່ຫຼາຍ​ບ່ອນ​ທີ່ ອິດ​ສະ​ຣາ​ແອັນ ແນ​ໃສ່​ຮຽກ​ຮ້ອງ​ຢຸດ​ຕິ​ສົງ​ຄາມ

(VOVWORLD) - ຊາວ ອິດສະຣາແອັນ ນັບພັນຄົນໄດ້ເຕົ້າໂຮມກັນຢູ່ຖະໜົນ Tel Aviv ເພື່ອຮຽກຮ້ອງນາຍົກລັດຖະມົນຕີ ທ່ານ Benjamin Netanyahu ບັນລຸໄດ້ຂໍ້ຕົກລົງກັບ ຮາມາດສ ໂດຍໄວ ແນໃສ່ຢຸດຕິສົງຄາມ ແລະ ສົ່ງຕົວປະກັນກັບຄືນເມືອປະເທດ.

ສະພາບການຢູ່ເຂດ ກາຊາ ຫຼງັການບຸກໂຈມຕີທາງອາກາດ (ພາບ: THX/TTXVN)

       ເມື່ອກ່າວຄຳເຫັນໃນການປະຊຸມຖະແຫຼງຂ່າວ, ວັນທີ 26 ສິງຫາ, ທ່ານ Stephane Dujarric ໂຄສົກ ສປຊ ໃຫ້ຮູ້ວ່າ ກະຊວງສາທາລະນະສຸກ ກາຊາ ໄດ້ລາຍງານມີ 3 ກໍລະນີເສຍຊີວິດຕື່ມອີກ ຍ້ອນຂາດສານອາຫານ ພາຍໃນ 24 ຊົ່ວໂມງຜ່ານມາ, ອັນໄດ້ຍົກຈຳນວນຜູ້ເສຍຊີວິດຍ້ອນອຶດຫິວຂຶ້ນເປັນ 303 ຄົນ, ໃນນັ້ນມີເດັກນ້ອຍ 117 ຄົນ. ໃນຂະນະນັ້ນ, ມີກວ່າ 36.000 ຄົນ ຕ້ອງຍົກຍ້າຍໄປຍັງບ່ອນປອດໄພໃນຊຸມວັນມໍ່ໆມານີ້.

        ໂຄສົກ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ເລື່ອງບັນດາກິດຈະກຳຊ່ວຍເຫຼືອສາກົນສືບຕໍ່ຖືກກີດຂວາງຈາກອຳນາດການປົກຄອງ ອິດສະຣາແອັນ, ພ້ອມທັງຮຽກຮ້ອງຢຸດຍິງໃນທັນທີ ແລະ ຮັບປະກັນການເຂົ້າເຖິງມະນຸດສະທຳຢ່າງຮອບດ້ານໃນທົ່ວເຂດ ກາຊາ, ກໍຄື ປ່ອຍຕົວປະກັນທັງໝົດເປັນອິດສະຫຼະໂດຍບໍ່ມີເງື່ອນໄຂ.

        ກໍໃນວັນດຽວກັນ, ຊາວ ອິດສະຣາແອັນ ນັບພັນຄົນໄດ້ເຕົ້າໂຮມກັນຢູ່ຖະໜົນ Tel Aviv  ເພື່ອຮຽກຮ້ອງນາຍົກລັດຖະມົນຕີ ທ່ານ Benjamin Netanyahu ບັນລຸໄດ້ຂໍ້ຕົກລົງກັບ ຮາມາດສ ໂດຍໄວ ແນໃສ່ຢຸດຕິສົງຄາມ ແລະ ສົ່ງຕົວປະກັນກັບຄືນເມືອປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.