ຂ່າວເດັ່ນ

ສ​ປ​ຊ ຮຽກ​ຮ້ອງການ​ຕ້ານ​ຂໍ້​ມູນ​ທີ່ຜິດ​ເຂວ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ

ສ​ປ​ຊ ຮຽກ​ຮ້ອງການ​ຕ້ານ​ຂໍ້​ມູນ​ທີ່ຜິດ​ເຂວ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ

(VOVWORLD) - ທ່ານເນັ້ນໜັກວ່າ ໂລກຕ້ອງຕໍ່ສູ້ຕ້ານຂໍ້ມູນທີ່ຜິດເຂວ, ກໍ່ຄວາມວຸ້ນວາຍທາງອອນໄລ ແລະ ການລົບສີຂຽວແບບຫຼອກລວງກ່ຽວກັບດິນຟ້າອາກາດ.

ພາບປະກອບ: REUTERS/Pascal Rossignol

ວັນທີ 22 ຕຸລາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງການຕໍ່ສູ້ຕ້ານຂໍ້ມູນທີ່ຜິດເຂວກ່ຽວກັບດິນຟ້າອາກາດ ກ່ອນກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມ ສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30)  ໃນເດືອນພະຈິກ ຈະມາເຖິງ. ກ່າວຄຳເຫັນທີ່ອົງການອຸຕຸນິຍົມ ແລະ ດິນຟ້າອາກາດ ຂອງອົງການອຸຕຸນິຍົມວິທະຍາ ໂລກ (WMO) ຢູ່ເຊີແນວ, ທ່ານເລຂາທິການໃຫຍ່ Antonio Guterres ສະແດງຄວາມປົກປ້ອງຢ່າງແຮງຕໍ່ວິທະຍາສາດ ແລະ ຂໍ້ມູນດິນຟ້າອາກາດ, ເຊິ່ງຕາມທ່ານແລ້ວ, ຖ້າບໍ່ມີມັນ ໂລກຈະບໍ່ມີເວລາໃດທີ່ເຂົ້າໃຈໄດ້ເຖິງການປະກົດຂຶ້ນຂອງຄວາມສ່ຽງອັນຕະລາຍ ຂອງການປ່ຽນແປງຂອງດິນຟ້າອາກາດ. ທ່ານເນັ້ນໜັກວ່າ ໂລກຕ້ອງຕໍ່ສູ້ຕ້ານຂໍ້ມູນທີ່ຜິດເຂວ, ກໍ່ຄວາມວຸ້ນວາຍທາງອອນໄລ ແລະ ການລົບສີຂຽວແບບຫຼອກລວງກ່ຽວກັບດິນຟ້າອາກາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.