ຂ່າວເດັ່ນ

ສ​ປ​ຊ ຮຽກ​ຮ້ອງຄວາມ​ຕັດ​ສິນ​ໃຈ​ການ​ເມືອງ ເພື່ອ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ

ສ​ປ​ຊ ຮຽກ​ຮ້ອງຄວາມ​ຕັດ​ສິນ​ໃຈ​ການ​ເມືອງ ເພື່ອ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ

(VOVWORLD) - ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງໃຫ້ຊອກຫາມາດຕະການແບບຍືນຍົງໃຫ້ແກ່ການປະທະກັນທີ່ແກ່ຍາວຢູ່ເຂດ ກາຊາ.

ກອງປະຊຸມໜຶ່ງຂອງສະພາຄວາມໝັ້ນຄົງ (ພາບເອກະສານ: TTXVN)

ວັນທີ 25 ກຸມພາ, ຢູ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືກ່ຽວກັບສະພາບການຄວາມເຄັ່ງຕຶງຢູ່ ຕາເວັນອອກກາງ, ໃນນັ້ນ ຮຽກຮ້ອງໃຫ້ຊອກຫາມາດຕະການແບບຍືນຍົງໃຫ້ແກ່ການປະທະກັນທີ່ແກ່ຍາວຢູ່ເຂດ ກາຊາ. ເມື່ອລາຍງານຕໍ່ເອກອັກຄະລັດຖະທູດບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ, ທ່ານນາງ Sigrid Kaag  ຜູ້ປະສານງານພິເສດຂອງ ສປຊ ກ່ຽວກັບວິວັດທະນາການສັນຕິພາບຕາເວັນອອກກາງ  ຊີ້ແຈ້ງວ່າ ທຸກຝ່າຍກ່ຽວຂ້ອງຕ້ອງສະແດງຄວາມຕັດສິນໃຈດ້ານການເມືອງ ເພື່ອມຸ່ງໄປເຖິງມາດຕະຖານແບບຍືນຍົງໃຫ້ແກ່ການປະທະກັນ ອິດສະຣາແອັນ - ປາແລັດສະຕິນ. ທ່ານນາງ  Sigrid Kaag     ຢັ້ງຢືນວ່າ ຕາເວັນອອກກາງ ອາດຈະບັນລຸໄດ້ພື້ນຖານສັນຕິພາບ, ມຸ່ງໄປເຖິງອະນາຄົດ ລັດ ອິດສະຣາແອັນ ຄົງຕົວໂດຍຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງໄປພ້ອມກັບລັດ ປາແລັດສະຕິນ ເອກະລາດ. ແຕ່ສິ່ງດັ່ງກ່າວຮຽກຮ້ອງບັນດາຄວາມມານະພະຍາຍາມຢ່າງບໍ່ຢຸອດຢັ້ງ, ມີລັກສະນະສົມທົບ ແລະ ຄວາມກ້າຫານທາງການເມືອງຈາກທຸກໆຝ່າຍ.


This site is protected by reCAPTCHA and the Google Privacy Policy and Terms of Service apply.