ຂ່າວເດັ່ນ

ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ປົດ​ປ່ອຍ​ແຂ​ວງ ກວ໋າງ​ນາມ

ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ປົດ​ປ່ອຍ​ແຂ​ວງ ກວ໋າງ​ນາມ

(VOVWORLD) - ຕອນຄ່ຳວັນທີ 24 ມີນາ, ຢູ່ນະຄອນ ຕາມກີ່ ໄດ້ດຳເນີນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍແຂວງ ກວ໋າງນາມ (24/3/1975 - 24/3/2025) ແລະ 95 ປີແຫ່ງວັນສ້າງຕັ້ງຄະນະພັກແຂວງ ກ໋ວາງນາມ (28/3/1930 - 28/3/2025).

ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ກ່າວຄຳເຫັນທີ່ພິທີ
(ພາບ: baoquangnam.vn)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງໄດ້ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ແຂວງ ກວ໋າງນາມ ຕ້ອງສືບຕໍ່ຜັນຂະຫຍາຍບັນດາຂະບວນການແຂ່ງຂັນຮັກຊາດຢ່າງແຮງ, ແຜ່ກະຈາຍແຮງໃຈທີ່ຕັ້ງໜ້າ ແລະ ແງ່ຫວັງພັດທະນາອອກສູ່ວົງກວ້າງ, ມູນເຊື້ອວິລະຊົນຕ້ອງກາຍເປັນກຳລັງໜູນ, ກາຍເປັນກຳລັງແຮງພາຍໃນ, ຄວາມມຸ່ງຫວັງຂອງປະຊາຊົນ ກວ໋າງນາມໃນແຕ່ລະວຽກງານ, ແຕ່ລະການກະທຳຢ່າງແທ້ຈິງເພື່ອສູ້ຊົນປະຕິບັດສຳເລັດທຸກຄາດໝາຍພັດທະນາ, ພິເສດແມ່ນການເຕີບໂຕເສດຖະກິດບັນລຸລະດັບ 10%ຂຶ້ນໄປ.

ກວ໋າງນາມຕ້ອງຮັກສາ ແລະ ເສີມຂະຫຍາຍບັນດາກຳລັງໜູນເຕີບໂຕຫຼັກຂອງພື້ນຖານເສດຖະກິດຢ່າງມີປະສິດທິຜົນ, ພັດທະນາໂດຍອີງຕາມຄວາມສົມດຸນລະຫວ່າງຕົວເມືອງ ແລະ ຊົນນະບົດ, ອຸດສາຫະກຳ ແລະ ກະສິກຳ, ດິນຕໍ່ແຜ່ນ ແລະ ທະເລໝູ່ເກາະ, ສູ້ຊົນເພີ່ມຄວາມໄວໃນການເຕີບໂຕ GRDP ນັບແຕ່ປີ 2025 ເປັນຕົ້ນໄປບັນລຸລະດັບ ສອງຕົວເລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.