ຂ່າວເດັ່ນ

ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​​ແພດໝໍ ​ຫວຽດ​ນາມ ຢູ່ ສະ​ຫະ​ພັນ ລັດ​ເຊຍ

ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​​ແພດໝໍ ​ຫວຽດ​ນາມ ຢູ່ ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) - ມີທ່ານໝໍ, ນັກສຶກສາຂະແໜງແພດສາດ - ການຢາ ເກືອບ 100 ຄົນທີ່ພວມເຮັດວຽກ ແລະ ຮ່ຳຮຽນຢູ່ ສະຫະພັນລັດເຊຍ ໄດ້ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ.

ພິທີໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງ 70 ປີແຫ່ງວັນແພດໝໍ ຫວຽດນາມ (27/2/1955-27/2/2025) (ພາບ: TTXVN)

ວັນທີ 23 ກຸມພາ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ສະມາຄົມນັກສຶກສາ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍໄດ້ເປັນກຽດຈັດພິທີໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງ 70 ປີແຫ່ງວັນແພດໝໍ ຫວຽດນາມ (27/2/1955-27/2/2025). ມີທ່ານໝໍ, ນັກສຶກສາຂະແໜງແພດສາດ - ການຢາ ເກືອບ 100 ຄົນທີ່ພວມເຮັດວຽກ ແລະ ຮ່ຳຮຽນຢູ່ ສະຫະພັນລັດເຊຍ ໄດ້ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ. ພິທີໂຮມຊຸມນຸມມິດຕິງ ແມ່ນໂອກາດເພື່ອໃຫ້ບັນດາທ່ານໝໍ, ນັກສຶກສາພະແນກແພດສາດ - ການຢາຢູ່ ສະຫະພັນ ລັດເຊຍ ພ້ອມກັນຫວນຄືນບັນດາມູນເຊື້ອອັນດີງາມ, ເຊີດຊູອາຊີບ, ສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍສັນລະເສີນບັນດາຄວາມມານະພະຍາຍາມ, ການອຸທິດສ່ວນຂອງບັນດາທ່ານໝໍ, ພະຍາບານ ແລະ ພະນັກງານການແພດ ແລະ ຜູ້ເຮັດວຽກກງານຕ່າງໆໃນຂົງເຂດເບິ່ງແຍງສຸຂະພາບປະຊາຊົນ. ເຫດການກໍ່ປະກອບສ່ວນຍົກສູງຄວາມຮັບຮູ້ຂອງໄວໜຸ່ມຕໍ່ບົດບາດຂອງຂະແໜງການແພດ, ພ້ອມທັງແນະນຳກ່ຽວກັບປະຫວັດສາດແຫ່ງການພັດທະນາຂອງຂະແໜງການແພດ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.