ຂ່າວເດັ່ນ

ສະ​ເຫຼີມ​ສະຫຼອງວັນ​ກະ​ຈ​າຍ​ສຽງ​ໂລກ​ປີ 2026

ສະ​ເຫຼີມ​ສະຫຼອງວັນ​ກະ​ຈ​າຍ​ສຽງ​ໂລກ​ປີ 2026

(VOVWORLD) - ວັນທີ 13 ກຸມພາ, ວັນກະຈາຍສຽງໂລກ ໂດຍອົງການສຶກສາ - ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ລິເລີ່ມ ໄດ້ຈັດຂຶ້ນໃນທົ່ວໂລກ ພາຍໃຕ້ຫົວຂໍ້ “AI ແມ່ນເຄື່ອງມື, ບໍ່ແມ່ນສຽງເວົ້າ”, ເນັ້ນໜັກບົດບາດໃຈກາງຂອງຄົນໃນສັງກະລາດປັນຍາປະດິດ.

ທ່ານ Dan Santa, ຮອງປະທານສະຫະສະມາຄົມກະຈາຍສຽງ - ໂທລະພາບສາກົນ (ພາບຖ່າຍໜ້າຈໍ: VOV)

ໂດຍຕອບສະໜອງຫົວຂໍ້ຂອງປີນີ້, ວິທະຍຸກະຈາຍສຽງຫຼາຍແຫ່ງໃນໂລກໄດ້ຈັດບັນດາລາຍການກະຈາຍສຽງຮ່ວມກັນ, ການໂອ້ລົມສົນທະນາ ແລະ ເວທີປາໄສວິຊາສະເພາະ. ທ່ານ Dan Santa, ຮອງປະທານສະຫະສະມາຄົມກະຈາຍສຽງ - ໂທລະພາບສາກົນ, ເນັ້ນໜັກວ່າ:

        “ບໍ່ມີວິທີຄິດໄລ່ໃດທີ່ຈະສາມາດປ່ຽນແທນຄວາມເຊື່ອໝັ້ນທີ່ໄດ້ຮັບການສ້າງຂຶ້ນລະຫວ່າງໂຄສົກກັບຜູ້ຟັງໄດ້. ບໍ່ມີປັນຍາປະດິດໃດຈະສາມາດປະດິດສ້າງຄວາມອົບອຸ່ນທັງໝົດຂອງສຽງເວົ້າສົດໆໃນຈຸດເວລາທີ່ເບີກບານມ່ວນຊື່ນ, ບໍ່ສະຫງົບ ຫຼື ປັ່ນປ່ວນໄດ້”.

         

This site is protected by reCAPTCHA and the Google Privacy Policy and Terms of Service apply.