ຂ່າວເດັ່ນ

ສະ​ຫະ​ກອນ ແລະ ທ່າ​ອ່ຽງ​ຫັນ​ເປັນ​ສີ​ຂຽວ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ສະ​ຫະ​ກອນ ແລະ ທ່າ​ອ່ຽງ​ຫັນ​ເປັນ​ສີ​ຂຽວ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) - “ການຫັນປ່ຽນການພັດທະນາສີຂຽວໃຫ້ແກ່ການພັດທະນາແບບຍືນຍົງ” ແມ່ນຫົວຂໍ້ຂອງເວທີປາໄສສະຫະກອນ ປີ 2025 ຈັດຂຶ້ນໃນຕອນເຊົ້າວັນທີ 11 ເມສາ ຢູ່ ຮ່າໂນ້ຍ.

    ເຫດການໂດຍສະຫະພັນສະຫະກອນ ຫວຽດນາມ ຈັດຂຶ້ນ ໃນສະພາບການທີ່ ຫວຽດນາມ ພວມມຸ່ງໄປສູ່ພື້ນຖານເສດຖະກິດສີຂຽວ, ການພັດທະນາແບບຍືນຍົງ ແລະ ໃຫ້ຄຳໝັ້ນໝາຍບັນລຸອາຍເສຍລົງລະດັບສູນໃນປີ 2050. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ຮຽກຮ້ອງວ່າ:

  ບັນດາກະຊວງ ຂະແໜງການ ທ້ອງຖິ່ນ ສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນ ບັນດານະໂຍບາຍບຸລິມະສິດ, ສົ່ງເສີມສະຫະກອນລົງທຶນໃຫ້ແກ່ການຫັນເປັນດີຈີຕອນ, ຄົ້ນຄ້ວາໝູນໃຊ້ວິທະຍາສາດເຕັກໂນໂລຊີ ເພື່ອຍົກສູງປະສິດທິຜົນການຜະລິດ, ດຳເນີນທຸລະກິດ ແລະ ບໍລິຫານສະຫະກອນ ຕາມເນື້ອໃນຈິດໃຈມະຕິເລກທີ  57 ຂອງກົມການເມືອງ ກ່ຽວກັບບຸກທະລຸການພັດທະນາ ວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນ, ແລະ ປ່ຽນແປງໃໝ່ປະດິດຄິດສ້າງລະດັບຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.