ຂ່າວເດັ່ນສະຫະພາບເອີຣົບ ນຳທະຫານພິທັກປະຕິວັດ ອີຣານ ເຂົ້າໃນບັນຊີລາຍຊື່ກໍ່ການຮ້າຍ
ສະຫະພາບເອີຣົບ ນຳທະຫານພິທັກປະຕິວັດ ອີຣານ ເຂົ້າໃນບັນຊີລາຍຊື່ກໍ່ການຮ້າຍ
ວັນສຸກ, 14:42, 30/01/2026
VOV5
(VOVWORLD) - ໄປຄຽງຄູ່ເລື່ອງນຳກຳລັງທະຫານພິທັກປະຕິວັດ ອີຣານ ເຂົ້າ “ບັນຊີລາຍຊື່ດຳ” ແລ້ວ, ສະຫະພາບເອີຣົບ ຍັງປະກາດໃຊ້ບັນດາມາດຕະການຈຳກັດໃໝ່ເພີ່ມເຕີມ, ໃນນັ້ນ ມີຄຳສັ່ງອາຍັດຊັບສິນ ແລະ ຫ້າມເຂົ້າເມືອງ ສຳລັບເຈົ້າໜ້າທີ່ຂັ້ນສູງ 15 ທ່ານ ແລະ 6 ອົງການຈັດຕັ້ງຂອງ ອີຣານ.
ທ່ານນາງ Kaja Kallas, ຂ້າຫຼວງໃຫຍ່ຮັບຜິດຊອບຄວາມໝັ້ນຄົງ ແລະ ນະໂຍບາຍພົວພັນຕ່າງປະເທດຂອງ ສະຫະພາບເອີຣົບ (ພາບ: REUTERS/Yves Herman)
|
ວັນທີ 29 ມັງກອນ, ບັນດາລັດຖະມົນຕີການຕ່າງປະເທດຂອງ ສະຫະພາບເອີຣົບ (EU) ບັນລຸໄດ້ຂໍ້ຕົກລົງການເມືອງທີ່ຕົກລົງເປັນເອກະພາບນຳກຳລັງທະຫານພິທັກປະຕິວັດ ອິດສະລາມ ອີຣານ (IRGC) ເຂົ້າໃນບັນຊີລາຍຊື່ບັນດາອົງການກໍ່ການຮ້າຍຂອງກຸ່ມນີ້.
ໄປຄຽງຄູ່ເລື່ອງນຳກຳລັງທະຫານພິທັກປະຕິວັດ ອີຣານ ເຂົ້າ “ບັນຊີລາຍຊື່ດຳ” ແລ້ວ, ສະຫະພາບເອີຣົບ ຍັງປະກາດໃຊ້ບັນດາມາດຕະການຈຳກັດໃໝ່ເພີ່ມເຕີມ, ໃນນັ້ນ ມີຄຳສັ່ງອາຍັດຊັບສິນ ແລະ ຫ້າມເຂົ້າເມືອງ ສຳລັບເຈົ້າໜ້າທີ່ຂັ້ນສູງ 15 ທ່ານ ແລະ 6 ອົງການຈັດຕັ້ງຂອງ ອີຣານ.
ຂໍ້ຕົກລົງດັ່ງກ່າວໄດ້ຮັບຖືວ່າ ແມ່ນບາດລ້ຽວໃຫຍ່ໃນນະໂຍບາຍການຕ່າງປະເທດຂອງ EU ພາຍຫຼັງໂຕ້ຖຽງກັນພາຍໃນກຸ່ມເປັນເວລາຫຼາຍປີ.
ແອັງຕວຽນ - ນັກຂ່າວ VOV ປະຈຳ ຝລັ່ງ