ຂ່າວເດັ່ນ

ສະ​ຫະ​ພາບ ເອີ​ລົບ ແລະ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ຂອງກັນ

ສະ​ຫະ​ພາບ ເອີ​ລົບ ແລະ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ຂອງກັນ

(VOVWORLD) - ຕອນຄ່ຳວັນທີ 30 ເມສາ, ທ່ານປະທານສະພາເອີລົບ Antonio Costa ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່ ໂຕເລິມ ເພື່ອອວຍພອນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025).

ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: TTXVN)

ທ່ານປະທານສະພາເອີລົບ Antonio Costa ໄດ້ຕີລາຄາວ່າ ນີ້ແມ່ນເຫດການປະຫວັດສາດສຳຄັນຍິ່ງບໍ່ພຽງແຕ່ສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງສຳລັບປະຊາຊົນໃນທົ່ວໂລກອີກດ້ວຍ. ທ່ານປະທານສະພາເອີລົບ ຢັ້ງຢືນວ່າ ສອງຝ່າຍແມ່ນຄູ່ຮ່ວມມືສຳຄັນ, ມີຄວາມໄວ້ເນື້ອເຊື່ອໃຈ, ສະຖຽນລະພາບຂອງກັນ; ທ່ານຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງສະຫະພາບເອີລົບ (EU) ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ການພົວພັນ ລະຫວ່າງ ຫວຽດນາມ ແລະ EU ສົມກັບການຍົກຂຶ້ນລະດັບສູງໃໝ່.

ສ່ວນທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ແຜນນະໂຍບາຍຂອງຫວຽດນາມແມ່ນເຫັນເປັນຫຼາຍຝ່າຍ, ຫັນເປັນຫຼາຍຮູບຫຼາຍແບບ, ການຮ່ວມມືທີ່ມີຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບທຸກຄູ່ຮ່ວມມື, ໃນນັ້ນມີ EU ແລະ ບັນດາປະເທດສະມາຊິກ, ມຸ່ງໄປເຖິງການຮ່ວມມືທາງການຄ້າຢ່າງດູນດ່ຽງ, ຍືນຍົງ ແລະ ມີຜົນປະໂຫຍດກົມກຽວລະຫວ່າງບັນດາຝ່າຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.