ຂ່າວເດັ່ນ

ສະ​ຫະ​ພັນ ອາ​ຣັບ ສະ​ເໜີ​ເລ​ຂາ​ທິກາ​ນ​ໃຫຍ່​ຄົນ​ໃໝ່

ສະ​ຫະ​ພັນ ອາ​ຣັບ ສະ​ເໜີ​ເລ​ຂາ​ທິກາ​ນ​ໃຫຍ່​ຄົນ​ໃໝ່

(VOVWORLD) - ສະພາສະຫະພັນ ອາຣັບ ຈະຍື່ນສະເໜີ ຂໍ້ສະເໜີແນະເຖິງກອງປະຊຸມສາມັນຄັ້ງທີ 35 ຂອງ ກອງປະຊຸມສຸດຍອດ ສະຫະພັນ ອາຣັບ, ຄາດວ່າຈະຈັດຂຶ້ນຢູ່ ອາຣັບບິ ຊາອຸດິ.

ວັນທີ 29 ມີນາ, ສະຫະພັນ ອາຣັບ ໄດ້ປະກາດທ່ານ Nabil Fahmy ອະດີດລັດຖະມົນຕີການຕ່າງປະເທດ ເອຢິບ ໄດ້ຮັບການສະເໜີດຳລົງຕຳແໜ່ງເປັນເລຂາທິການໃຫຍ່. ເລື່ອງສະເໜີທ່ານ Nabil Fahmy ດຳລົງຕຳແໜ່ງເລຂາທິການໃຫຍ່ ສະຫະພັນ ອາຣັບ ສືບທອດທ່ານ Ahmed Aboul Gheit ໂດຍບັນດາປະເທດສະມາຊິກເຫັນດີເປັນເອກະພາບຮັບຮອງເອົາຢູ່ວາລະປະຊຸມບັນດາລັດຖະມົນຕີການຕ່າງປະເທດ ອາຣັບ ຄັ້ງທີ 165. ສະພາສະຫະພັນ ອາຣັບ ຈະຍື່ນສະເໜີ ຂໍ້ສະເໜີແນະເຖິງກອງປະຊຸມສາມັນຄັ້ງທີ 35 ຂອງ ກອງປະຊຸມສຸດຍອດ ສະຫະພັນ ອາຣັບ, ຄາດວ່າຈະຈັດຂຶ້ນຢູ່ ອາຣັບບິ ຊາອຸດິ, ເຊິ່ງແມ່ນບ່ອນບັນດາປະມຸກລັດ ຈະໃຫ້ສັດຕະຍາບັນຕຳແໜ່ງ ເລຂາທິການໃຫຍ່ ຢ່າງເປັນທາງການດ້ວຍຄວາມເຫັນດີເຫັນພ້ອມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.