ຂ່າວເດັ່ນ

ສະ​ຫະ​ສະ​ມາ​ຄົມການ​ທ່ອງ​ທ່ຽວ ອາ​ຊຽນ ຊຸກ​ຍູ້​ການ​ເປີດ​ປະ​ຕູ​ຊາຍ​ແດ​ນ​ຄືນ​ໃໝ່

ສະ​ຫະ​ສະ​ມາ​ຄົມການ​ທ່ອງ​ທ່ຽວ ອາ​ຊຽນ ຊຸກ​ຍູ້​ການ​ເປີດ​ປະ​ຕູ​ຊາຍ​ແດ​ນ​ຄືນ​ໃໝ່

(VOVWORLD) - ສະຫະສະມາຄົມການທ່ອງທ່ຽວ ອາຊຽນ (ASEANTA) ໄດ້ຊຸກຍູ້ແຜນການເປີດປະຕູຊາຍແດນຄືນໃໝ່ ລະຫວ່າງ 10 ປະເທດສະມາຊິກ ອາຊຽນ ໃນກອງປະຊຸມຄັ້ງທີ 24 ຂອງ ກະຊວງທ່ອງທ່ຽວບັນດາປະເທດ ອາຊຽນ ໃນວັນທີ 4 ກຸມພາ,

(ພາບປະກອບ: AFP)

ວັນທີ 4 ກຸມພາ, ໜັງສືພິມ Bangkok Post ໄດ້ຄັດສະເໜີຄຳປາໄສຂອງທ່ານປະທານ ASEANTA Mingkwan Metmowlee ໃຫ້ຮູ້ວ່າ ຈະຮຽກຮ້ອງໃຫ້ເຊື່ອມຕໍ່ການເຄື່ອນໄຫວການທ່ອງທ່ຽວຄືນໃໝ່ໃນໄຕມາດ 1 ຫຼື ໄຕມາດທີ 2 ປີ ນີ້ ເພາະວ່າ ຂະແໜງອຸດສາຫະກຳນີ້ ມີຄວາມສ່ຽງຈະລົ້ມລະລາຍ, ສະນັ້ນ ຕ້ອງມີການເຄື່ອນໄຫວໂດຍດ່ວນ.

        ສະຫະສະມາຄົມທ່ອງທ່ຽວ ອາຊຽນ ກໍສະເໜີວ່າ ໃນເຄິ່ງຕົ້ນປີ 2021 ນີ້, ບັນດາປະເທດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຄວນພິຈາລະນາແຂກທ່ອງທ່ຽວທີ່ເປັນນັກທຸລະກິດໃນພາກພື້ນ ກໍຄື ຈາກຄູ່ເຈລະຈາຂອງ ອາຊຽນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.