ຂ່າວເດັ່ນ

ສະ​ຫງວນ​ບຸ​ລິ​ມະ​ສິດຫຼາຍ​ທີ່​ສຸດ​ໃຫ້​ການ​ພົວ​ພັນ ຫວຽດ​ນາມ - ລາວ

ສະ​ຫງວນ​ບຸ​ລິ​ມະ​ສິດຫຼາຍ​ທີ່​ສຸດ​ໃຫ້​ການ​ພົວ​ພັນ ຫວຽດ​ນາມ - ລາວ

(VOVWORLD) - ລາວຈະສືບຕໍ່ບັນລຸຜົນສຳເລັດໃໝ່ທີ່ຍິ່ງໃຫຍ່ກ່ວາອີກ, ປະຕິບັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ XI ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີຄັ້ງທີ IX ຢ່າງມີໄຊ, ມຸ່ງໄປເຖິງການຈັດຕັ້ງສຳເລັດກອງະຊຸມໃຫຍ່ທົ່ວປະເທດຂອງພັກຄັ້ງທີ XII.

ທ່ານປະທານປະເທດ ເລືອງເກືອງ ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (ພາບ: VOV)

ວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກືອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍພັດທະນາທົ່ວໂລກ (P4G) ຢູ່ຮ່າໂນ້ຍ, ນັບແຕ່ວັນທີ 15 – 17 ເມສາ ປີ 2025.

ທ່ານປະທານປະເທດເຊື່ອໝັ້ນວ່າ ລາວຈະສືບຕໍ່ບັນລຸຜົນສຳເລັດໃໝ່ທີ່ຍິ່ງໃຫຍ່ກ່ວາອີກ, ປະຕິບັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ XI ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີຄັ້ງທີ IX ຢ່າງມີໄຊ, ມຸ່ງໄປເຖິງການຈັດຕັ້ງສຳເລັດກອງະຊຸມໃຫຍ່ທົ່ວປະເທດຂອງພັກຄັ້ງທີ XII. ທ່ານປະທານປະເທດ ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ສັດຊື່ບໍລິສຸດຂອງພັກ, ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດຢູ່ລະດັບສູງສຸດໃຫ້ແກ່ການພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ສ່ວນທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແບ່ງປັນບັນດາການເຄື່ອນໄຫວທີ່ຍິ່ງໃຫຍ່ຂອງລາວໃນປີ 2025, ໃນນັ້ນປາດຖະໜາຢາກຕ້ອນຮັບທ່ານປະທານປະເທດ ເລືອງເກືອງມາຢ້ຽມຢາມປະເທດລາວ, ສົມທົບກັບຫວຽດນາມ ຈັດບັນດາເຫດການເຊີດຊູຄວາມສາມັກຄີສະໜິດຕິດພັນ, ໜູນຊ່ວຍເຊິ່ງກັນແລະກັນ, ພ້ອມກັນພັດທະນາລະຫວ່າງ ຫວຽດນາມ ແລະ ລາວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.