ຂ່າວເດັ່ນ

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຮຽກ​ຮ້ອງ​ໃຫ້​ຢຸດ​ຍິງ​ໃນ​ທັນ​ທີ​ຢູ່ ຢູ​ແກຼນ

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຮຽກ​ຮ້ອງ​ໃຫ້​ຢຸດ​ຍິງ​ໃນ​ທັນ​ທີ​ຢູ່ ຢູ​ແກຼນ

(VOVWORLD) - ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິປະຫວັດສາດຮຽກຮ້ອງໃຫ້ສ້າງຕັ້ງ “ຄຳສັ່ງຢຸດຍິງໃນທັນທີ ແລະ ບໍ່ມີເງື່ອນໄຂ” ພ້ອມກັບ “ພື້ນຖານສັນຕິພາບຮອບດ້ານ, ຍຸຕິທຳ ແລະ ຍາວນານ”.

ກົງກັບໂອກາດຄົບຮອບ 4 ປີທີ່ເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ (24/2/2022- 24/2/2026), ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິປະຫວັດສາດຮຽກຮ້ອງໃຫ້ສ້າງຕັ້ງ “ຄຳສັ່ງຢຸດຍິງໃນທັນທີ ແລະ ບໍ່ມີເງື່ອນໄຂ” ພ້ອມກັບ “ພື້ນຖານສັນຕິພາບຮອບດ້ານ, ຍຸຕິທຳ ແລະ ຍາວນານ”.

ຢູ່ວາລະປະຊຸມພິເສດສຸກເສີນຄັ້ງທີ 11, ວັນທີ 24 ກຸມພາ, ມະຕິດໂດຍ ຢູແກຼນ  ແລະ ບາງປະເທດເອີຣົບໜູນຊ່ວຍໄດ້ຮັບຮອງເອົາດ້ວຍຈຳນວນບັດສະໜັບສະໜູນ 107 ບັດ, ບັດຄ້ານ 12 ບັດ ແລະ ບັດຂາວ 51 ບັດ. ລັດເຊຍ ປ່ອນບັດຄ້ານ, ໃນຂະນະທີ່ ອາເມລິກາ ແມ່ນໜຶ່ງໃນບັນດາປະເທດປ່ອນບັດຂາວ.

ເມື່ອກ່າວຄຳເຫັນໃນໂອກາດນີ້, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເລັ່ງໃຫ້ບັນດານັກການທູດນຳໃຊ້ທຸກເຄື່ອງມືອຸປະກອນເພື່ອມຸ່ງໄປເຖິງການຢຸດຕິການປະທະກັນດັ່ງກ່າວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.