ຂ່າວເດັ່ນ

ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ການ​ຢຸດ​ຕິ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ຊີ​ີິ​ຣີ ຕະຫຼອ​ດ​ການ

ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ການ​ຢຸດ​ຕິ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ຊີ​ີິ​ຣີ ຕະຫຼອ​ດ​ການ

(VOVWORLD) - ທ່ານ Jeanne Shaheen ສະມາຊິກສະພາສູງ, ສະມາຊິກຂັ້ນສູງຂອງພັກປະຊາທິປະໄຕ ຢູ່ ກຳມາທິການການຕ່າງປະເທດ ສະພາສູງ ຕີລາຄາວ່າ ນີ້ແມ່ນ “ບາດກ້າວທີ່ມີລັກສະນະຕັດສິນ” ເພື່ອມອບ ໂອກາດຢ່າງແທ້ຈິງ ໃຫ້ປະຊາຊົນຊີຣີ ເພື່ອສ້າງສາປະເທດຄືນໃໝ່.

ນັກຮົບ ກອງທັບອາເມລິກາ (ພາບ: REUTERS)

ວັນທີ 17 ທັນວາ, ສະພາແຫ່ງຊາດ ອາເມລິກາ ໄດ້ຮັບຮອງເອົາການລົບລ້າງກົດໝາຍ Caesar ປີ 2019 ໂດຍຢຸດຕິບັນດາມາດຕະການລົງໂທດທີ່ຈັດວາງໃສ່ ຊີຣີຕະຫຼອດການ ພາຍໃຕ້ສະໄໝຂອງທ່ານອະດີດປະທານາທິບໍດີ Bashar al-Assad. ຮ່າງກົດໝາຍສະບັບນີ້ ກ່ອນນັ້ນໂດຍ ສະພາຕ່ຳໄປໃຫ້ສັດຕະຍາບັນ ແລະ ຄາດວ່າທ່ານປະທານາທິບໍດີ Donald Trump ຈະເຊັນປະກາດໃຊ້. ເລື່ອງຢຸດຕິບັນດາມາດຕະການລົງໂທດ ຊີຣີຕະຫຼອດການ ໄດ້ຮັບການສະໜັບສະໜູນໃນວົງກ້ວາງຈາກທັງສອງພັກ ຢູ່ສະພາແຫ່ງຊາດ ອາເມລິກາ. ທ່ານ Jeanne Shaheen ສະມາຊິກສະພາສູງ, ສະມາຊິກຂັ້ນສູງຂອງພັກປະຊາທິປະໄຕ ຢູ່ ກຳມາທິການການຕ່າງປະເທດ ສະພາສູງ ຕີລາຄາວ່າ ນີ້ແມ່ນ “ບາດກ້າວທີ່ມີລັກສະນະຕັດສິນ” ເພື່ອມອບ ໂອກາດຢ່າງແທ້ຈິງ ໃຫ້ປະຊາຊົນຊີຣີ ເພື່ອສ້າງສາປະເທດຄືນໃໝ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.