ຂ່າວເດັ່ນ

ສະ​ພາ​ແຫ່ງ​ຊາດ ຢູ​ແກຼນ ໃຫ້​ສັດ​ຕະ​ຍາ​ບັນເອົາ​ລັດ​ຖະ​ບາ​ນ​ຊຸດ​ໃໝ່

ສະ​ພາ​ແຫ່ງ​ຊາດ ຢູ​ແກຼນ ໃຫ້​ສັດ​ຕະ​ຍາ​ບັນເອົາ​ລັດ​ຖະ​ບາ​ນ​ຊຸດ​ໃໝ່

(VOVWORLD) - ວັນທີ 17 ກໍລະກົດ ສະພາແຫ່ງຊາດ ຢູແກຼນ ໄດ້ໃຫ້ສັດຕະຍາບັນລັດຖະບານຊຸດໃໝ່ ພາຍໃຕ້ການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ນາງ Yulia Svyrydenko.

ທ່ານ ນາງ Yulia Svyrydenkoນາຍົກລັດຖະມົນຕີ ຄົນໃໝ່ຂອງຢູແກຼນ
(ພາບ: REUTERS/Andrii Nesterenko)

ຕາມນັ້ນແລ້ວ, ລັດຖະບານຊຸດໃໝ່ລວມມີທ່ານຮອງນາຍົກລັດຖະມົນຕີ ຮັບຜິດຊອບການເຊື່ອມໂຍງເອີລົບ Taras Kachka, ທ່ານລັດຖະມົນຕີກະຊວງເສດຖະກິດ, ກະສິກຳ ແລະ ສິ່ງແວດລ້ອມ Oleksiy Sobolev ແລະ ທ່ານລັດຖະມົນຕີ ກະຊວງພະລັງງານ Svitlana Hrynchuk. ນອກຈາກນັ້ນ, ສະພາແຫ່ງຊາດ ຢູແກຼນ ກໍໄດ້ຕົກລົງແຕ່ງຕັ້ງທ່ານນາຍົກລັດຖະມົນຕີ Denys Shmyhal ທີ່ສິ້ນສຸດອາຍຸການ ດຳລົງຕຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.