ຂ່າວເດັ່ນ

ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ງົບ​ປະ​ມານ​ຊົ່ວ​ຄາວ ຊ່ວຍ​ໃຫ້​ລັດ​ຖະ​ບານ ສື​ບ​ຕໍ່ເຄື່ອນ​ໄຫວ

ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ງົບ​ປະ​ມານ​ຊົ່ວ​ຄາວ ຊ່ວຍ​ໃຫ້​ລັດ​ຖະ​ບານ ສື​ບ​ຕໍ່ເຄື່ອນ​ໄຫວ

(VOVWORLD) - ວັນທີ 11 ມີນາ, ດ້ວຍບັດສະໜັບສະໜູນ 217 ບັດ ແລະ ບັດຄ້ານ 213 ບັດ, ສະພາຕ່ຳ ອາເມລິກາ ໂດຍພັກສາທາລະນະຄວບຄຸມ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດຊົ່ວຄາວ ຊ່ວຍໃຫ້ລັດຖະບານມີງົບປະມານຢ່າງພຽງພໍ່ເພື່ອສືບຕໍ່ເຄື່ອນໄຫວຈົນເຖິງວັນທີ 30 ກັນຍາ.

(ພາບປະກອບ: ຫໍສະພາແຫ່ງຊາດ ອາເມລິກາ)

  ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງບັນດາສະມາຊິກລັດຖະສະພາສັງກັດພັກສາທາລະນະສາມັກຄີ ແລະ ສະໜັບສະໜູນຮ່າງກົດໝາຍດັ່ງກ່າວ. ບັນດາສະມາຊິກລັດຖະສະພາສັງກັດພັກສາທາລະນະນິຍົມຮັກສາເດີມເຄີຍຄັດຄ້ານບັນດາຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດຊົ່ວຄາວຕາມ ແລະ ນີ້ແມ່ນຄັ້ງທຳອິດທີ່ມີຫຼາຍທ່ານປ່ອນບັດສະໜັບສະໜູນຮ່າງກົດໝາຍດັ່ງກ່າວ ນັບແຕ່ເມື່ອພັກສາທາລະນະຍາດໄດ້ບ່ອນນັ່ງຈຳນວນຫຼາຍໃນສະພາຕ່ຳ ນັບແຕ່ເດືອນ ມັງກອນ ປີ 2023.

        ຮ່າງກົດໝາຍສະບັບນີ້ ຕ້ອງໄດ້ຮັບການຮັບຮອງເອົາຈາກສະພາສູງ ແລະ ທ່ານປະທານາທິບໍດີ Donald Trump  ລົງລາຍເຊັນໃຫ້ເປັນກົດໝາຍ ກ່ອນວັນທີ 14 ມີນາ ເພື່ອຫຼີກລ້ຽງກໍລະນີລັດຖະບານຕ້ອງປິດປະຕູ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.