ຂ່າວເດັ່ນ

ສະ​ພາ​ຄວາມ​ໝັ້ນ​ຄົງ ຮັບ​ຮອງ​ເອົາ​ມະ​ຕິ​ຕໍ່​ກຳ​ນົດ​ເວ​ລາ​ປະ​ຕິ​ບັດ​ໜ​້າ​ທີ່​ຂອງ​ຄ​ະ​ນະ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ກົງ​ໂກ

ສະ​ພາ​ຄວາມ​ໝັ້ນ​ຄົງ ຮັບ​ຮອງ​ເອົາ​ມະ​ຕິ​ຕໍ່​ກຳ​ນົດ​ເວ​ລາ​ປະ​ຕິ​ບັດ​ໜ​້າ​ທີ່​ຂອງ​ຄ​ະ​ນະ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ກົງ​ໂກ

(VOVWORLD) -ວັນທີ 20 ທັນວາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິເລກທີ 2612 ວ່າດ້ວຍການຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງ ຄະນະຮັກສາສັນຕິພາບ ສປຊ ຢູ່ ສາທາລະນະລັດ ປະຊາທິປະໄຕ ກົງໂກ (MONUSCO) ແລະ ປຶກສາຫາລືກ່ຽວກັບສະພາບການ ຢູ່ ຊີຣີ ແລະ ເອທີໂອປີ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ 

ກ່ຽວຂ້ອງເຖິງສະພາບການຢູ່ ຊີຣີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງມີການເຈລະຈາດ້ວຍລັກສະນະສ້າງສັນ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງຍຸດທະສາດໜູນຊ່ວຍຟື້ນຟູພາຍຫຼັງການປະທະກັນຢ່າງຮອບດ້ານ ແນໃສ່ຮັບປະກັນກຳລັງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ ຊີຣີ.

ໃນວັນດຽວກັນ, ກ່າວຄຳເຫັນທີ່ວາລະປຶກສາຫາລືຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການມະນຸດສະທຳຢູ່ ເອທີໂອປີ ພາຍໃຕ້ຫົວຂໍ້ “ບັນດາບັນຫາອື່ນ”, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງບັນດາອົງການ ສປຊ ໃນການໜູນຊ່ວຍການເຄື່ອນໄຫວມະນຸດສະທຳຢູ່ປະເທດນີ້. ພ້ອມທັງຮຽກຮ້ອງໃຫ້ປະຊາຄົມສາກົນ, ພິເສດແມ່ນ ສະຫະພາບ ອາຟະລິກາ, ຊ່ວຍເຫຼືອບັນດາຝ່າຍຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ເອທີໂອປີ.

ນັກຂ່າວ VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.