ຂ່າວເດັ່ນ

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກະ​ຕຸກ​ຊຸກ​ຍູ້​ຟື້ນ​ຟູ​ການ​ເຈ​ລະ​ຈານິ​ວ​ເຄຼຍ ອີ​ຣານ

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກະ​ຕຸກ​ຊຸກ​ຍູ້​ຟື້ນ​ຟູ​ການ​ເຈ​ລະ​ຈານິ​ວ​ເຄຼຍ ອີ​ຣານ

(VOVWORLD) - ຂໍ້ຕົກລົງຢຸດຍິງ ເຊິ່ງທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດໃນຕອນຄ່ຳວັນທີ 23 ມິຖຸນາ ໄດ້ເປີດໂອກາດເພື່ອໃຫ້ບັນດາຝ່າຍຫຼີກລ້ຽງການເພີ່ມເຫດວິນາດຊະກຳ ແລະ ບັນລຸໄດ້ມາດຕະການສັນຕິພາບໃຫ້ແກ່ບັນຫານິວເຄຼຍ ອີຣານ.

ພາບໄດ້ຖ່າຍຈາກດາວທຽມ Maxar ສະແດງໃຫ້ເຫັນວ່າ ບັນດາລົດບັນທຸກເຂົ້າອອກຮາກຖານນິວເຄຼຍ Fordow ອີຣານ (ພາບປະກອບ: Anadolu Agency/TTXVN)

ວັນທີ 25 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມເປີດນັດສາມັນປະຈຳໄລຍະ, ປຶກສາຫາລືກ່ຽວກັບການປະຕິບັດມະຕິສະບັບເລກທີ 2231 ລົງວັນທີ 20 ກໍລະກົດ 2015 - ເອກະສານໃຫ້ສັດຕະຍາບັນຂໍ້ຕົກລົງນິວເຄຼຍ ອີຣານ (ແຜນການດຳເນີນການຮ່ວມຮອບດ້ານ - JCPOA).

        ກອງປະຊຸມໄດ້ດຳເນີນໃນສະພາບການ ອິດສະຣາແອັນ ແລະ ອີຣານ ຫາກໍ່ບັນລຸໄດ້ຂໍ້ຕົກລົງຢຸດຍິງ ໂດຍ ອາເມລິກາ ເປັນກາງໄກ່ເກ່ຍ, ຊ່ວຍຢຸດຕິການປະທະກັນທີ່ແກ່ຍາວເກືອບ 2 ອາທິດໄວ້ຊົ່ວຄາວ. ເມື່ອກ່າວຄຳເຫັນໃນການປຶກສາຫາລື, ທ່ານນາງ Rosemary DiCarlo ຖືວ່າ ຂໍ້ຕົກລົງຢຸດຍິງ ເຊິ່ງທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດໃນຕອນຄ່ຳວັນທີ 23 ມິຖຸນາ ໄດ້ເປີດໂອກາດເພື່ອໃຫ້ບັນດາຝ່າຍຫຼີກລ້ຽງການເພີ່ມເຫດວິນາດຊະກຳ ແລະ ບັນລຸໄດ້ມາດຕະການສັນຕິພາບໃຫ້ແກ່ບັນຫານິວເຄຼຍ ອີຣານ. ທ່ານນາງ ເນັ້ນໜັກວ່າ ເຖິງວ່າ ຍັງມີການແບ່ງແຍກ ແລະ ທັດສະນະທີ່ແຕກຕ່າງກັນກໍຕາມ, ແຕ່ບັນດາຝ່າຍເຂົ້າຮ່ວມ JCPOA ລວມມີ ຈີນ, ຝລັ່ງ, ເຢຍລະມັນ, ລັດເຊຍ, ອັງກິດ, ອີຣານ ລ້ວນແຕ່ເຄີຍຢ້ຳຄືນຄຳໝັ້ນສັນຍາ ສະໜັບສະໜູນການຊອກຫາມາດຕະການທາງການທູດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.