ຂ່າວເດັ່ນ

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່າວ​ປະ​ນາມ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ ອິນ​ເດຍ

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່າວ​ປະ​ນາມ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ ອິນ​ເດຍ

(VOVWORLD) - ວັນທີ 25 ເມສາ, ສະພາຄວາມໝັ້ນຄົງ ສປຊ ໄດ້ອອກຖະແຫຼງການຢ່າງເປັນທາງການ ກ່າວປະນາມເຫດບຸກໂຈມຕີກໍ່ການຮ້າຍຢູ່ເຂດ Jammu ແລະ Kashmir ໂດຍ ອິນເດຍ ຄວບຄຸມຢ່າງແຮງ, ພ້ອມທັງຮຽກຮ້ອງໃຫ້ສືບສວນຄວາມຮັບຜິດຊອບ ແລະ ການຮ່ວມມືສາກົນ ເພື່ອນຳອາດຊະຍາກຳອອກມາປະຕິບັດພັນທະຕໍ່ໜ້າກົດໝາຍ.

ກຳລັງປ້ອງກັນຄວາມໝັ້ນຄົງ ອິນເດຍ ປະຕິບັດໜ້າທີ່ຢູ່ບ່ອນເກີດເຫດ (ພາບ: ANI/TTXVN)

        ໃນຖະແຫຼງການ, ສະພາຄວາມໝັ້ນຄົງຢັ້ງຢືນວ່າ “ການກໍ່ການຮ້າຍດ້ວຍທຸກຮູບແບບແມ່ນໜຶ່ງໃນບັນດາໄພນາບຂູ່ຢ່າງຮ້າຍແຮງທີ່ສຸດສຳລັບສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”. ສະພາຄວາມໝັ້ນຄົງ ກໍເນັ້ນໜັກເຖິງການສືບສວນຄວາມຮັບຜິດຊອບ ແລະ ນຳບຸກຄົນທີ່ດຳເນີນ, ຈັດຕັ້ງ, ອຸປະຖຳ ແລະ ໜູນຫຼັງໃຫ້ແກ່ການກະທຳກໍ່ການຮ້າຍອອກມາປະຕິບັດພັນທະຕໍ່ໜ້າກົດໝາຍ, ພ້ອມທັງຮຽກຮ້ອງໃຫ້ທຸກປະເທດຕັ້ງໜ້າຮ່ວມມືກັບອົງການເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນບັນຫານີ້.

        ຖະແຫຼງການກໍຖືວ່າ ບັນດາປະເທດຕ້ອງ “ນຳໃຊ້ທຸກມາດຕະການ” ເພື່ອຕ້ານຄືນບັນດາໄພນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ຍ້ອນບັນດາການກະທຳກໍ່ການຮ້າຍເກີດຂຶ້ນ, ຖືກຕ້ອງຕາມກົດບັດ ສປຊ ແລະ ບັນດາພັນທະອື່ນໆຕາມກົດໝາຍສາກົນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.