ຂ່າວເດັ່ນ

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປະ​ຕິ​ເສດ​ມະ​ຕິ​ໂຈະ​ການ​ລົງ​ໂທດ ອີ​ຣານ

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປະ​ຕິ​ເສດ​ມະ​ຕິ​ໂຈະ​ການ​ລົງ​ໂທດ ອີ​ຣານ

(VOVWORLD) - ຂໍ້ສະເໜີດັ່າງກ່າວໂດຍ ລັດເຊຍ ແລະ ຈີນ ຍົກອອກມາ ເພື່ອແນໃສ່ສ້າງເງື່ອນໄຂສະດວກ ໃຫ້ສືບຕໍ່ດຳເນີນການເຄື່ອນໄຫວທາງການທູດ.

   ວັນທີ 26 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ປ່ອນບັດປະຕິເສດຂໍ້ສະເໜີຂອງ ລັດເຊຍ ແລະ ຈີນ ກ່ຽວກັບການຕໍ່ກຳນົດເວລາອີກ 6 ເດືອນກ່ອນທີ່ຈະຈັດວາງຄືນໃໝ່ບັນດາມາດຕະການລົງໂທດ ອີຣານ ໂດຍກ່ຽວຂ້ອງເຖິງໂຄງການນິວເຄຼຍ.

  ບັນດາມາດຕະການລົງໂທດລວມມີ: ປິດລ້ອມສັບສິນຂອງ ອີຣານ ຢູ່ຕ່າງປະເທດ, ຢຸດຕິບັນດາການຄ້າຂາຍອາວຸດກັບ ເຕເຮຣານ ແລະ ລົງໂທດທຸກການເຄື່ອນໄຫວພັດທະນາລູກສອນໄຟນຳວິຖີ, ຜ່ານນັ້ນໄດ້ຮັດແໜ້ນພື້ນຖານເສດຖະກິດທີ່ພວມປະສົບກັບຄວາມຫຍຸ້ງຍາກຂອງປະເທດນີ້.

  ຂໍ້ສະເໜີດັ່າງກ່າວໂດຍ ລັດເຊຍ ແລະ ຈີນ ຍົກອອກມາ ເພື່ອແນໃສ່ສ້າງເງື່ອນໄຂສະດວກ ໃຫ້ສືບຕໍ່ດຳເນີນການເຄື່ອນໄຫວທາງການທູດ. ແຕ່ເຖິງແນວນັ້ນກໍ່ຕາມ, ກຸ່ມ 3 ປະເທດ ເອີລົບ ຄື: ອັງກິດ, ເຢຍລະມັນ ແລະ ຝະລັ່ງ ຖືວ່າ: ອີຣານ ບໍ່ໄດ້ປະຕິບັດຂໍ້ຕົກລົງ ແລະ ການເຈລະຈາໃນຫຼາຍອາທິດທີ່ຜ່ານມາ ບໍ່ນຳມາເຊິ່ງໝາກຜົນອັນລະອຽດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.