ຂ່າວເດັ່ນ

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

(VOVWORLD) - ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

ສຳນັກງານສະພາແຫ່ງຊາດ ອາເມລິກາ (ພາບ: THX/TTXVN)

ວາລະການປ່ອນບັດຂອງສະພາສູງ ອາເມລິກາ ໄດ້ແກ່ຍາວກວ່າ 24 ຊົ່ວໂມງ, ໃນນັ້ນ ບັນດາສະມາຊິກສະພາສູງ ໄດ້ປ່ອນບັດລົງຄະແນນສຽງກ່ຽວກັບນັບສິບຂໍ້ສະເໜີ ປ່ຽນແປງສຳລັບຮ່າງກົດໝາຍສະບັບດັ່ງກ່າວ.

        ຜົນການປ່ອນບັດໃນວັນທີ 01 ກໍລະກົດ ແມ່ນໄຊຊະນະທີ່ສຳຄັນໃນການສ້າງກົດໝາຍຂອງພັກສາທາລະນະ ໃນຂະນະທີ່ຕັ້ງຄວາມຫວັງວ່າ ຮ່າງກົດໝາຍສະບັບດັ່ງກ່າວຈະກາຍເປັນຈຸດສຸມໃນອາຍຸການທີ 2 ຂອງປະທານາທິບໍດີ ອາເມລິກາ Donald Trump ແລະ ກຳນົດທິດຄືນບົດບາດຂອງອຳນາດການປົກຄອງສະຫະລັດ.

        ຮ່າງກົດໝາຍລວມທັງການຕໍ່ກຳນົດເວລາບັນດາບ້ວງຫຼຸດຜ່ອນພາສີອາກອນ ນັບແຕ່ອາຍຸການທຳອິດຂອງທ່ານປະທານາທິບໍດີ Donald Trump ເມື່ອປີ 2017; ເພີ່ມງົບປະມານໃຫ້ແກ່ກອງທັບ; ປະຕິບັດບັນດາແຜນການປະຕິບັດກົດໝາຍເຂົ້າຕັ້ງຖິ່ນຖານ ແລະ ເນລະເທດຊາວຕ່າງປະເທດຈຳນວນຫຼາຍຂອງທ່ານປະທານາທິບໍດີ Donald Trump…

        ຫວູເຮີບ  ແລະ ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.