ຂ່າວເດັ່ນ

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ອວຍ​ພອນ​ສະ​ຖານ​ທູດ​ລາວ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ລາວ ຄົບ​ຮອບ 50 ປີ

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ອວຍ​ພອນ​ສະ​ຖານ​ທູດ​ລາວ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ລາວ ຄົບ​ຮອບ 50 ປີ

(VOVWORLD) - ນີ້ບໍ່ພຽງແຕ່ແມ່ນວັນບຸນໃຫ່ຍຂອງ ປຊຊ ລາວ ເທົ່ານັ້ນ, ຫາກຍັງແມ່ນຄວາມພາກພູມໃຈລວມຂອງ ຫວຽດນາມ ອີກດ້ວຍ.

      ວັນທີ 28 ພະຈິກ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ຄະນະຜູ້ແທນ ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ໂດຍທ່ານເອກອັກຄະລັດຖະທູດ ດັ້ງມິນຄອຍ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ສະຖານທູດລາວ ເນື່ອງໃນໂອກາດວັນຊາດລາວ ຄົບຮອບ 50 ປີ (2/12/1975 – 2/12/2025).

   ໃນບົດກ່າວປາໄສອວຍພອນ, ທ່ານເອກອັກຄະລັດຖະທູດ ດັ້ງມິນຄອຍ ໄດ້ຢັ້ງຢືນວ່າ ນີ້ບໍ່ພຽງແຕ່ແມ່ນວັນບຸນໃຫ່ຍຂອງ ປຊຊ ລາວ ເທົ່ານັ້ນ, ຫາກຍັງແມ່ນຄວາມພາກພູມໃຈລວມຂອງ ຫວຽດນາມ ອີກດ້ວຍ. ທ່ານສະແດງຄວາມເຊື່ອໝັ້ນວ່າ ປຊຊ ລາວ ຈະສືບຕໍ່ບັນລຸໄດ້ຫຼາຍຜົນງານກ່ວາອີກ ບົນເສັ້ນທາງສ້າງສາປະເທດແຫ່ງເອກະລາດ, ສັນທິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

 

 

 

 

 

 

 

 

This site is protected by reCAPTCHA and the Google Privacy Policy and Terms of Service apply.