ຂ່າວເດັ່ນ

ສາ​ດ​ສະ​ດາ ອີ​ຣານ ສືບ​ຕໍ່​ບຸ​ກ​ໂຈມ​ຕີ ແລະ ກ່າວ​ເຕືອນ ອາ​ເມ​ລິ​ກາ

ສາ​ດ​ສະ​ດາ ອີ​ຣານ ສືບ​ຕໍ່​ບຸ​ກ​ໂຈມ​ຕີ ແລະ ກ່າວ​ເຕືອນ ອາ​ເມ​ລິ​ກາ

(VOVWORLD) - ໃນບົດກ່າວປາໄສຄັ້ງທຳອິດໃນໂທລະພາບນັບແຕ່ເວລາພາຍຫຼັງຄຳສັ່ງຢຸດຍິງລະຫວ່າງ ອີຣານ ແລະ ອິດສະລາແອັນ ມີຜົນສັກສິດໃນຕອນເຊົ້າວັນທີ 24 ມິຖຸນາ, ສາດສະດາ ອີຣານ Ali Khamenei ໄດ້ຢັ້ງຢືນວ່າ ອາເມລິກາ ບໍ່ບັນລຸໄດ້ໝາກຜົນໃດໃນການບຸກໂຈມຕີອີຮານຜ່ານມາ.

ສາດສະດາ ອີຣານ Ali Khamenei  (ພາບ: Handout via REUTERS)

ວັນທີ 26 ມິຖຸນາ, ໃນບົດກ່າວປາໄສຄັ້ງທຳອິດໃນໂທລະພາບນັບແຕ່ເວລາພາຍຫຼັງຄຳສັ່ງຢຸດຍິງລະຫວ່າງ ອີຣານ ແລະ ອິດສະລາແອັນ ມີຜົນສັກສິດໃນຕອນເຊົ້າວັນທີ 24 ມິຖຸນາ, ສາດສະດາ ອີຣານ Ali Khamenei ໄດ້ຢັ້ງຢືນວ່າ ອາເມລິກາ ບໍ່ບັນລຸໄດ້ໝາກຜົນໃດໃນການບຸກໂຈມຕີອີຮານຜ່ານມາ, ສາດສະດາເນັ້ນໜັກວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຖືເປັນບັນຫາໃຫຍ່ ກ່ຽວກັບປະສິດທິຜົນຂອງການບຸກໂຈມຕີຂອງ ອາເມລິກາ ເລັ່ງໃສ່ບັນດາຮາກຖານນິວເຄຼຍຂອງ ອີຣານ. ຄ້າຍຄືກັນໃນບົດທີ່ໄດ້ເອົາລົງໃນສື່ສັງຄົມ X ໃນວັນທີ 26 ມິຖຸນາ, ສາດສະດາ Ali Khamenei ຊີ້ແຈ້ງວ່າ ອີຣານ ບໍ່ວັນໃດຈະຍອມຈຳນົນ ແລະ ຍາມໃດກໍ່ກຽມພ້ອມບັນດາການບຸກໂຈມຕີ ເລັ່ງໃສ່ບັນດາຮາກຖານຂອງ ອາເມລິກາ ຖ້າ ວໍຊິງຕັນດຳເນີນບັນດາການກະທຳເກາະຜິດຕ້ານ ເຕເຮຣານ ຄືນໃໝ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.