ຂ່າວເດັ່ນ

ສາ​ກົນ​ຕ້ອງ​ມີ​ການ​ກະ​ທຳ​ໄວ​ກວ່າ, ແຂງ​ແຮງກວ່າ, ຂ້ຽວ​ຂາດກວ່າ​ເພື່​ອ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້​ມະ​ຫາ​ສະ​ໝຸດ​ສີ​ຂຽວ​ແບບ​ຍືນ​ຍົງ

ສາ​ກົນ​ຕ້ອງ​ມີ​ການ​ກະ​ທຳ​ໄວ​ກວ່າ, ແຂງ​ແຮງກວ່າ, ຂ້ຽວ​ຂາດກວ່າ​ເພື່​ອ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້​ມະ​ຫາ​ສະ​ໝຸດ​ສີ​ຂຽວ​ແບບ​ຍືນ​ຍົງ

(VOVWORLD) - ໃນວາລະປະຊຸມຄົບຄະນະຂອງກອງປະຊຸມສຸດຍອດກ່ຽວກັບມະຫາສະໝຸດ ຂອງ ສປຊ ຄັ້ງທີ 3 (UNOC3), ທີ່ພວມດຳເນີນຢູ່ນະຄອນ Nice, ຝລັ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕາງໜ້າໃຫ້ 10 ປະເທດ ອາຊຽນ ມີບົດກ່າວປາໄສທີ່ສຳຄັນ.

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນຢູ່ວາລະປະຊຸມ 

  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ເຂດທະເລຂອງ ອາຊຽນ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍຢ່າງຮ້າຍແຮງ, ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຍຶງຂຶ້ນສູງ, ລະບົບຊີວະນາໆພັນຖືກຫຼຸດລົງ, ມົນລະພິດຕໍ່ສິ່ງແວດລ້ອມທະເລ, ການຂຸດຄົ້ນສິນທະເລຫຼາຍເກີນໄປ, ຄວາມເຄັ່ງຕຶງດ້ານພູມີສາດການເມືອງ… ເພື່ອແກ້ໄຂບັນດາສິ່ງທ້າທາຍນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນ 4 ການກຳນົດທິດບຸລິມະສິດຂອງບັນດາປະເທດ ອາຊຽນ, ລວມມີ: ການປົກປັກຮັກສາທະເລ ແລະ ມະຫາສະໝຸດຍາມໃດກໍຕ້ອງເປັນພື້ນທີ່ແຫ່ງສັນຕິພາບ, ຮ່ວມມືພັດທະນາ ແລະ ມີຄວາມຮັບຜິດຊອບລວມ; ຊຸກຍູ້ການເຕົ້າໂຮມບັນດາແບບວິທີສຳຜັດທົ່ວໂລກຢ່າງລຸລ່ວງ ແລະ ບັນດາຄວາມມານະພະຍາຍາມຂອງພາກພື້ນໃນການບໍລິຫານທະເລ, ມະຫາສະໝຸດ, ກຳນົດທະເລ ແລະ ມະຫາສະໝຸດແມ່ນກຳລັງໜູນແກ່ນສານຂອງການພັດທະນາຢ່າງວັດທະນາຖາວອນ ແລະ ຮຽກຮ້ອງການຍູ້ແຮງການບໍລິຫານມະຫາສະໝຸດທົ່ວໂລກຫຼາຍກວ່າອີກ, ໂດຍອີງໃສ່ການຮ່ວມມືແທນໃຫ້ການແກ້ງແຍ້ງ, ເພື່ອແນໃສ່ຍູ້ໄວວິວັດທະນາການປະຕິບັດເປົ້າໝາຍພັດທະນາແບບຍືນຍົງເລກທີ 14.

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ເຂດທະເລຂອງ ອາຊຽນ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍຢ່າງຮ້າຍແຮງ

        ດ້ວຍຖານະເປັນຜູ້ຕາງໜ້າຂອງ ຫວຽດນາມ ກ່າວຄຳເຫັນໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ປະຊາຄົມສາກົນຕ້ອງມີການກະທຳຢ່າງວ່ອງໄວກວ່າ, ເຂັ້ມແຂງກວ່າ, ຂ້ຽວຂາດກວ່າ ແລະ ຕ້ອງມີການຮ່ວມແຮງຮ່ວມໃຈຂອງບັນດາປະເທດ, ພາກພື້ນ ແລະ ທົ່ວໂລກໃນການອະນຸລັກຮັກສາ ແລະ ນຳໃຊ້ມະຫາສະໝຸດແບບຍືນຍົງ.

        ເມື່ອສິ້ນສຸດບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກອອກສານທີ່ວ່າ: “ພວກເຮົາຈົ່ງພ້ອມກັນກະທຳ, ສາມັກຄີ, ມີຄວາມຮັບຜິດຊອບ, ເປັນເຈົ້າການ ແລະ ປະດິດຄິດສ້າງເພື່ອໃຫ້ມະຫາສະໝຸດແມ່ນພື້ນທີ່ແຫ່ງສັນຕິພາບ, ການຮ່ວມມື, ພັດທະນາ ແລະ ວັດທະນາຖາວອນໃຫ້ສຳລັບລຸ້ນຄົນປັດຈຸບັນ ແລະ ໃນພາຍພາກໜ້າຕະຫຼອດການ.”

ລ້າຍຮວາ

This site is protected by reCAPTCHA and the Google Privacy Policy and Terms of Service apply.